ກະຊວງອຸດສາຫະກຳ ການຄ້າເປີດສະຫຼອງເວັບໄຊກ່ຽວກັບຂໍ້ກຳນົດດ້ານການບໍລິຫານ


ກະຊວງອຸດສາຫະກຳ ການຄ້າເປີດສະຫຼອງເວັບໄຊກ່ຽວກັບຂໍ້ກຳນົດດ້ານການບໍລິຫານ - ảnh 1
(ພາບ:vnindustry.com)

(vovworld.vn)-ຕອນ​ເຊົ້າ​ວັນ​ທີ 8/2, ຢູ່ ຮ່າ​ໂນ້ຍ, ກົມ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ​ແລະ​ ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ) ​ໄດ້ເປີດ​ສະຫຼອງ​​ເວັບ​ໄຊກ່ຽວ​ກັບ​ຂໍ້​ກຳນົດ​ດ້ານ​ການບໍລິຫານ​ ດ້ວຍ​ລະຫັດ. http://kstthc.moit.gov.vn. ນີ້​ແມ່ນ​ລະຫັດ​ທີ່​ສະໜອງບັນດາ​ຂໍ້​ມູນ​ກ່ຽວ​ກັບ​ຂໍ້​ກຳນົດ​ດ້ານ​ການ​ບໍລິຫານ, ບັນດາ​ລະບຽບ​ການດ້ານ​ບໍລິຫານ ທີ່​ຂຶ້ນ​ກັບ​ບົດບາດ​ໜ້າ​ທີ່​ຄຸ້ມ​ຄອງ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ​ ການ​ຄ້າ, ພ້ອມ​ທັງ​ແກ້​ໄຂ​ຄວາມ​ຂ້ອງ​ໃຈ, ຂໍ້​ສະ​ເໜີ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ ກ່ຽວ​ກັບ​ບັນດາ​ຂໍ້​ກຳນົດ​ດ້ານ​ການ​ບໍລິຫານຂອງ​ກະຊວງ. ​ເວັບ​ໄຊ​ນີ້​ມີ​ລັກສະນະ​ຕິດ​ຕໍ່​ພົວພັນ​ສູງ​ລະຫວ່າງ​ປະຊາຊົນ, ວິ​ສາ​ຫະກິດ​ກັບ​ບັນດາ​ອົງການ​ຄຸ້ມ​ຄອງ. ຜ່ານ​ນີ້, ການ​ນຳ​ບັນດາ​ຫົວໜ່ວຍ​ທີ່​ຂຶ້ນ​ກັບ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ສາມາດ​ໄດ້​ຮັບ​ຄວາມ​ເຫັນ​ປະກອບ​ຂອງ​ປະຊາຊົນ​ທີ່​ເຂົ້າ​ຮ່ວມ​ການ​ປະຕິບັດ​ລະບຽບ​ການ​ດ້ານ​ບໍລິຫານ ​ເພື່ອ​ສະ​ເໜີ​ປັບປຸງ, ​ເພີ່ມ​ເຕີມ ຫຼື​ຍັກ​ເວັ້ນບັນດາ​ລະບຽບ​ການ​ທີ່​ກໍ່​ຄວາມ​ຫຍຸ້ງ​ເຫຍືອງ​ໃຫ້​ແກ່​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ.

ຂ່າວ/ບົດ​ອື່ນ