ການຍົກເລີກບັດເຫຼືອງ IUU ແມ່ນຄວາມສົນໃຈຢ່າງໃຫຍ່ຂອງລັດຖະບານ ຫວຽດນາມ

(VOVWORLD) - ຄະນະປະຕິບັດງານຈະກວດກາໝາກຜົນການປະຕິບັດຂໍ້ສະເໜີແນະຂອງ EC ໃນການກວດກາຄັ້ງທີ 3 (ເດືອນ ຕຸລາ 2022) ກ່ຽວກັບການຕ້ານການຫາປາແບບ IUU ຂອງ ຫວຽດນາມ.
ການຍົກເລີກບັດເຫຼືອງ IUU ແມ່ນຄວາມສົນໃຈຢ່າງໃຫຍ່ຂອງລັດຖະບານ ຫວຽດນາມ - ảnh 1(ພາບປະກອບ: TTXVN)

          ແຕ່ວັນທີ 10 ຫາວັນທີ 18 ຕຸລາ, ຄະນະປະຕິບັດງານຂອງຄະນະກຳມະການ ເອີລົບ (EC) ໄດ້ມາ ຫວຽດນາມ, ເລີ່ມດຳເນີນການສຳຫຼວດກວດກາຄັ້ງທີ 4 ກ່ຽວກັບການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU).

          ຄະນະປະຕິບັດງານຈະກວດກາໝາກຜົນການປະຕິບັດຂໍ້ສະເໜີແນະຂອງ EC ໃນການກວດກາຄັ້ງທີ 3 (ເດືອນ ຕຸລາ 2022) ກ່ຽວກັບການຕ້ານການຫາປາແບບ IUU ຂອງ ຫວຽດນາມ. ໃນນັ້ນ, ສຸມໃສ່ວຽກງານກວດກາກຳປັ່ນຫາປາທີ່ເຂົ້າ-ອອກທຽບທ່າກຳປັ່ນ ແລະ ເຄື່ອນໄຫວຢູ່ທະເລ, ຄວບຄຸມວັດຖຸດິບສົ້ນເຂົ້າ ແລະ ຊອກຫາຕົ້ນກຳເນີດຂອງສິນທະເລຈາກການຂຸດຄົ້ນ. ດ້ວຍຄວາມຕັດສິນໃຈສູງເພື່ອຍົກກເລີກ “ບັດເຫຼືອງ” ສິນໃນນ້ຳຂອງ EC, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ປະຕິບັດບັນດາມາດຕະການແກ້ໄຂ, ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງຢ່າງຄົບຖ້ວນຕາມຂໍ້ສະເໜີຂອງ EC. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸງດຶກຕຽນ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາແບບ IUU ໃຫ້ຮູ້ວ່າ:

          “ບັນຫາຍົກເລີກບັດເຫຼືອງແມ່ນຄວາມເອົາໃຈໃສ່ຢ່າງໃຫຍ່ຂອງລັດຖະບານ, ພິເສດແມ່ນນາຍົກລັດຖະມົນຕີ. ພວກເຮົາໄດ້ປະຕິບັດບັນດາບັນຫາເຊິ່ງ EC ສຳຫຼວດກວດກາ ແລະ ຊີ້ອອກໃນຄັ້ງທີ 3 ຢ່າງເຂັ້ມງວດ. ທັງລະບົບການເມືອງໄດ້ເຂົ້າຮ່ວມ, ໄດ້ມີການປ່ຽນແປງຢ່າງຕັ້ງໜ້າ ແລະ ພວກຂ້າພະເຈົ້າຫວັງວ່າຈະຍົກເລີກບັດເຫຼືອງໃນເວລາໄວໆນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ