ການ​ນຳ ສ​ປ​ປ.ເກົາຫຼີ ຊີ້​ນຳ​ເພີ່​ມ​ທະ​ວີ​ກຳ​ລັງ​​ຄວາມ​ສາ​ມາດຜະ​ລິດ​ອາ​ວຸດ

(VOVWORLD) - ສປປ.ເກົາຫຼີ ຈະເພີ່ມທະວີກຳລັງຄວາມສາມາດຜະລິດລູກສອນໄຟນຳວິທີຍຸດທະສາດ ແລະ ເຮືອບິນບໍ່ມີຄົນຂັບຢູ່ບັນດາໂຮງງານນີ້ ຄືເປັນສ່ວນໜຶ້ງທີ່ສຳຄັນໃນການປັບປຸງຄວາມສາມາດປ້ອງກັນຂອງປະເທດຊາດ.
ການ​ນຳ ສ​ປ​ປ.ເກົາຫຼີ ຊີ້​ນຳ​ເພີ່​ມ​ທະ​ວີ​ກຳ​ລັງ​​ຄວາມ​ສາ​ມາດຜະ​ລິດ​ອາ​ວຸດ - ảnh 1ທ່ານ Kim Jong Un (ພາບ: TTXVN)

ວັນທີ 6 ສິງຫາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ ໃຫ້ຮູ້ວ່າ ການນຳປະເທດນີ້, ທ່ານ Kim Jong Un, ໄດ້ຍົກອອກຄຳຊີ້ນຳເມື່ອໄປຢ້ຽມຢາມບັນດາໂຄງງານຜະລິດອາວຸດໃຫຍ່ຂອງ ສປປ.ເກົາຫຼີ ແຕ່ວັນທີ 3 – 5 ສິງຫາ. ຕາມນັ້ນແລ້ວ, ສປປ.ເກົາຫຼີ ຈະເພີ່ມທະວີກຳລັງຄວາມສາມາດຜະລິດລູກສອນໄຟນຳວິທີຍຸດທະສາດ ແລະ ເຮືອບິນບໍ່ມີຄົນຂັບຢູ່ບັນດາໂຮງງານນີ້ ຄືເປັນສ່ວນໜຶ້ງທີ່ສຳຄັນໃນການປັບປຸງຄວາມສາມາດປ້ອງກັນຂອງປະເທດຊາດ.

        ສປປ.ເກົາຫຼີ ໄດ້ ແລະກຳລັງຍູ້ແຮງການພັດທະນາອາວຸດຍຸດທະສາດ, ລວມທັງລູກສອນໄຟນຳວິຖີໄລຍະໄກ ແລະ ເຮືອນບິນບໍ່ມີຄົນຂັບ.

ຕອບກັບ

ຂ່າວ/ບົດ​ອື່ນ