ການນຳຄະນະພັກນະຄອນຮ່າໂນ້ຍ ຈັດກອງປະຊຸມປຶກສາຫາລືມາດຕະການແກ້ໄຂການພັດທະນາເສດຖະກິດ, ສັງຄົມ

(VOVWORLD) -ການນຳຄະນະພັກນະຄອນຮ່າໂນ້ຍ ໄດ້ມີການເຮັດວຽກເພື່ອຕີລາຄາສະພາບການ ແລະ ປຶກສາຫາລືມາດຕະການແກ້ໄຂທາງດ້ານເສດຖະກິດ, ສັງຄົມຂອງນະຄອນ

ການນຳຄະນະພັກນະຄອນຮ່າໂນ້ຍ ຈັດກອງປະຊຸມປຶກສາຫາລືມາດຕະການແກ້ໄຂການພັດທະນາເສດຖະກິດ, ສັງຄົມ - ảnh 1 ທ່ານ ເວືອງດິ່ງເຫ້ວ, ເລຂາຄະນະພັກນະຄອນຮ່າໂນ້ຍ

(ພາບ: VGP)

ຕອນເຊົ້າວັນທີ 12 ມີນາ, ການນຳຄະນະພັກນະຄອນຮ່າໂນ້ຍ ໄດ້ມີການເຮັດວຽກເພື່ອຕີລາຄາສະພາບການ ແລະ ປຶກສາຫາລືມາດຕະການແກ້ໄຂທາງດ້ານເສດຖະກິດ, ສັງຄົມຂອງນະຄອນ ໂດຍສະເພາະແມ່ນໃນສະພາບການຜັນແປຂອງໂລກພະຍາດ Covid-19 ນັບມື້ນັບສັບສົນຂຶ້ນຕື່ມ.

        ຕາມແຜນການຄາດຄະເນຂອງນະຄອນຮ່າໂນ້ຍແລ້ວ, ຖ້າຫາກໂລກລະບາດສືບຕໍ່ສົ່ງຜົນສະທ້ອນ, ແກ່ຍາວໄປຮອດໄຕມາດທີ 2 ແລະ  ໄຕມາດຕໍ່ໆໄປ, ການເຕີບໂຕທາງດ້ານເສດຖະກິດຂອງນະຄອນຈະບໍ່ບັນລຸແຜນການທີ່ໄດ້ວາງອອກ 7,5%. ນະຄອນຮ່າໂນ້ຍ ໄດ້ສະເໜີໃຫ້ສ້າງບັນດາແຜນການຄາດຄະເນເພື່ອເປັນເຈົ້າການຮັບມືກັບການພັດທະນາເສດຖະກິດ, ສັງຄົມ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ເວືອງດິ່ງເຫ້ວ, ເລຂາຄະນະພັກນະຄອນຮ່າໂນ້ຍ ຊີ້ແຈ້ງວ່າ, ເລື່ອງຍົກອອກມາດຕະການແກ້ໄຂທີ່ມີປະສິດທິຜົນໃນການປະຕິບັດໜ້າທີ່ຄວບຄູ່ແມ່ນປ້ອງກັນ, ຄວບຄຸມໂລກພະຍາດ Covid-19 ແລະ ການພັດທະນາເສດຖະກິດສັງຄົມ ແມ່ນມີຄວາມໝາຍສຳຄັນທີ່ສຸດ.

        “ປະຕິບັດສຳເລັດບັນດາຄາດໝາຍເສດຖະກິດ, ສັງຄົມ, ເປັນການຮັບປະກັນໃຫ້ແກ່ຮ່າໂນ້ຍ ສືບຕໍ່ສ້າງວຽກເຮັດງານທຳ, ສ້າງການຫາເງິນລ້ຽງຊີບ, ສ້າງຊີວິດການເປັນຢູ່, ສ້າງລາຍຮັບໃຫ້ແກ່ປະຊາຊົນ, ຮັບປະກັນຄວາມດຸ່ນດ່ຽງຂອງງົບປະມານເພື່ອລົງທຶນພັດທະນາພື້ນຖານໂຄງລ່າງ, ເສດຖະກິດ, ສັງຄົມ, ຮັບປະກັນໜ້າທີ່ວຽກງານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນຊີວິດສັງຄົມ, ປະກອບສ່ວນເຂົ້າໃນການປະຕິບັດບັນດາຄາດໝາຍເສດຖະກິດ, ສັງຄົມຂອງທົ່ວປະເທດ.”

ຕອບກັບ

ຂ່າວ/ບົດ​ອື່ນ