ການນຳນະຄອນ ໂຮ່ຈີມິນ ຕ້ອນຮັບປະທານສະພາຄົ້ນຄວ້າກໍ່ສ້າງພັກທົ່ວປະເທດ ຈີນ

(VOVWORLD) - ນະຄອນ ໂຮ່ຈີມິນ ມີການພົວພັນຮ່ວມມືມິດຕະພາບກັບຫຼາຍນັກລົງທຶນ, ຄູ່ຮ່ວມມືຂອງ ຈີນ.
ການນຳນະຄອນ ໂຮ່ຈີມິນ ຕ້ອນຮັບປະທານສະພາຄົ້ນຄວ້າກໍ່ສ້າງພັກທົ່ວປະເທດ ຈີນ - ảnh 1ທ່ານ ຟານວັນມ້າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຕ້ອນຮັບທ່ານ ຫຼີຈີຢຸງ, ປະທານຄະນະສະມາຄົມຄົ້ນຄວ້າກໍ່ສ້າງພັກທົ່ວປະເທດ ຈີນ
(ພາບ: hcmcpv.org.vn)

ຕອນຄ່ຳວັນທີ  26 ສິງຫາ, ຢູ່ນະຄອນ ໂຮ່ຈີມີນ, ທ່ານ ຟານວັນມ້າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບທ່ານ ຫຼີຈີຢຸງ, ປະທານຄະນະສະມາຄົມຄົ້ນຄວ້າກໍ່ສ້າງພັກທົ່ວປະເທດ ຈີນ.

ທີ່ການຕ້ອນຮັບ, ການນຳນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ນະຄອນ ໂຮ່ຈີມິນ ມີການພົວພັນຮ່ວມມືມິດຕະພາບກັບຫຼາຍນັກລົງທຶນ, ຄູ່ຮ່ວມມືຂອງ ຈີນ. ນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາຈະແມ່ນທ້ອງຖິ່ນຕັ້ງໜ້າ ໃນການຜັນຂະຫາຍາຍການຊີ້ນຳ, ນຳພາຂອງການນຳ 2 ປະເທດ ເພື່ອຫັນບັນດາລາຍການຮ່ວມມືລະຫວ່າງ 2 ພັກ, 2 ລັດໃຫ້ປະກົດຜົນເປັນຈິງ, ຊຸກຍູ້ການຮ່ວມມືມິດຕະພາບ 2 ຝ່າຍ. ທາງນະຄອນປາດຖະໜາຢາກເພີ່ມທະວີການຮ່ວມມື, ແລກປ່ຽນຄະນະຜູ້ແທນກັບບັນດາອົງການ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ ຈີນ ໃນບັນດາຂົງເຂດ: ກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງ, ການຮ່ວມມືດ້ານເສດຖະກິດ…

ສ່ວນທ່ານ ຫຼີຈີຢຸງ ໃຫ້ຮູ້ວ່າ, ຈີນ ປາດຖະໜາຢາກພ້ອມກັບ ຫວຽດນາມ, ໃນນັ້ນມີນະຄອນ ໂຮ່ຈີມິນ, ປະຕິບັດບັນດາໂຄງການຮ່ວມມື, ແບ່ງປັນບົດຮຽນໃນວຽກງານກໍ່ສ້າງພັກ, ຮ່ວມມືເສດຖະກິດ, ເພີ່ມທະວີການພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນຂັ້ນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ