ການນຳນະຄອນໂຮ່ຈິມິນ ຕ້ອນຮັບຄະນະຜູ້ແທນກວດກາລັດຖະບານລາວ

ການນຳນະຄອນໂຮ່ຈິມິນ ຕ້ອນຮັບຄະນະຜູ້ແທນກວດກາລັດຖະບານລາວ - ảnh 1
(ທ່ານ​ເລ​ຮ່ວາງ​ກວນ ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​
ອົງການ​ກວດກາ​ລັດຖະບານ​ລາວ)


(vovworld) –  ​ຕອນ​ບ່າຍ​ວັນ​ທີ 10/07, ທ່ານ​ເລ​ຮ່ວາງ​ກວນ, ກຳມະການ​ສູນ​ກາງ​ພັກ, ຮອງ​ເລຂາ​ຄະນະ​ພັກ​ນະຄອນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການ​ກວດກາ​ລັດຖະບານ​ລາວ ​ໂດຍ​ທ່ານ ບຸນ​ທອງ ຈິດ​ມະ​ນີ,  ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະນະ​ກວດກາ​ນສູນ​ກາງພັກ​ປະຊາຊົນ​ປະຕິວັດ​ລາວ, ຫົວໜ້າ​ອົງການ​ກວດກາ​ລັດຖະບານ ນຳ​ໜ້າ ພວມ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ຫວຽດນາມ.

        ​ແນະນ​ຳ​ໂດຍ​ຫຍໍ້ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ ກໍ່​ຄື​ຂະ​ແໜງ​ກວດກາ​ນະຄອນ​ໂຮ່ຈິ​ມິນ, ທ່ານ​ເລ​ຮ່ວາງ​ກວນ ​ເນັ້ນ​ໜັກ​ວ່າ: ຂະ​ແໜງ​ກວດກາ​ນະຄອນ​ໄດ້​ເປັນ​ເສນາ​ທິການ​, ສະ​ເໜີ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໃນ​ການ​ຊີ້​ນຳ, ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງຢ່າງ​ຕັ້ງ​ໜ້າ. ນະຄອນ​ໂຮ່ຈິ​ມິນ ພ້ອມ​ແລ້ວ​ທີ່ຈະ​ແບ່ງປັນ​ບົດ​ຮຽນ​ໃນ​ຂົງ​ເຂດ​ກວດກາ​ກັບ​ລາວ. ທ່ານ ບຸນ​ທອງ ຈິດ​ມະ​ນີ ຢືນຢັນ​ວ່າ: ຍາມ​ໃດ​ລາວ ກໍ່​ຖື​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ - ລາວ, ​ເຊິ່ງ​ແມ່ນ​ມໍລະດົກ​ລວມທີ່ 2 ປະ​ເທດ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ສ້າງສາ​ມາ​ແຕ່​ດົນ​ນານ ​ເປັນ​ສຳຄັນ.

ຂ່າວ/ບົດ​ອື່ນ