ການນຳພັກ, ລັດ, ສະພາແຫ່ງຊາດຫວຽດນາມຕ້ອນຮັບນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio

(VOVWORLD) -ຕອນບ່າຍວັນທີ 1/5, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ຍີ່ປຸ່ນ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່. ຫວຽດນາມ.
ການນຳພັກ, ລັດ, ສະພາແຫ່ງຊາດຫວຽດນາມຕ້ອນຮັບນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio 

     ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງ ໝາກຜົນ ແຫ່ງການຢ້ຽມຢາມ, ພິເສດແມ່ນໃນ ການພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ Kishida Fumio ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ການພົບປະລະຫວ່າງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ກັບ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ, ຜ່ານນັ້ນ 2 ປະເທດບັນລຸໄດ້ບັນດາຄວາມຮັບຮູ້ລວມ, ຂໍ້ຕົກລົງ ແລະ ມາດຕະການຮ່ວມມືທີ່ສຳຄັນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນຮ່ວມມືໃນຫຼາຍຂົງເຂດລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ປາດຖະໜາວ່າ 2 ຝ່າຍສືບຕໍ່ຊຸກຍູ້ການພົບປະແລກປ່ຽນ, ການພົບປະຂັ້ນສູງ ແລະ ການພົວພັນລະຫວ່າງທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ, ສົມທົບກັນທີ່ເວທີປາໄສສາກົນເພື່ອຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

  ສ່ວນທ່ານນາຍົກລັດຖະມົນຕີ Kishida Fumio ໄດ້ແບ່ງປັນບັນດາໝາກຜົນສຳຄັນທີ່ບັນລຸໄດ້ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນການເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ການພົບປະກັບການນຳຫວຽດນາມ. ທ່ານນາຍົກລັດຖະມົນຕີ Kishida ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ ແລະ ນຳການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່.

        ພ້ອມກັບການແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງປະເທດ, ການນຳສອງທ່ານຍັງໄດ້ແລກປ່ຽນຄຳເຫັນກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ການນຳພັກ, ລັດ, ສະພາແຫ່ງຊາດຫວຽດນາມຕ້ອນຮັບນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio - ảnh 2ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio

    ກ່ອນໜ້ານັ້ນ ໃນຕອນທຽງ ວັນທີ 1 ພຶດສະພາ 2022, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ແລະ ຈັດງານລ້ຽງຮອງຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 30 ເມສາ – 1 ພຶດສະພາ 2022.   ການນຳສອງທ່ານສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຂງແຮງ, ຮອບດ້ານ ແລະ ແທດຈິງຂອງການພົວພັນຄູ່ຮ່ວມມືຍຸດທະສາດທີ່ກ້ວາງເລິກລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ, ພິເສດແມ່ນຈິດໃຈຮ່ວມມື ແບ່ງປັນ ແລະ ຜ່ານຜ່າຄວາມຫຍຸ້ງຍາກເພື່ອຮັບມືກັບໂລກລະບາດ Covid-19 ແລະ ຍີປຸ່ນຍາມໃດກໍ່ແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ໃນດ້ານການຄ້າ, ການລົງທຶນ, ODA, ການທ່ອງທ່ຽວ ແລະ ແຮງງານ. ທ່ານປະທານປະເທດ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ແລະ ຍີ່ປຸ່ນ ແບ່ງປັນບັນດາຜົນປະໂຫຍດຍຸດທະສາດຮ່ວມ. ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ 2 ປະເທດເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຮັກສາການຢ້ຽມຢາມ ແລະ ການພົບປະຂັ້ນສູງ ແລະຂັ້ນຕ່າງໆຢ່າງ ເປັນປະຈຳ, ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2023 ເປັນຢ່າງດີ ເພື່ອສົມກັບການພົບພັນຄູ່ຮ່ວມມືຍຸດທະສາດກ້ວາງເລິກ.

ການນຳພັກ, ລັດ, ສະພາແຫ່ງຊາດຫວຽດນາມຕ້ອນຮັບນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio - ảnh 3ທ່ານ ປະທານສະພາແຫ່ງຊາດ ເວືອງດິງເຫ້ວ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio

       ຕອນບ່າຍວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານ ປະທານສະພາແຫ່ງຊາດ ເວືອງດິງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ . ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຍີປຸ່ນ ຈະແມ່ນຂີດໝາຍໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ແທດຈິງ ແລະ ມີປະສິດທິຜົນກວ່າອີກລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ສະພາແຫ່ງຊາດຫວຽດນາມ ກໍ່ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງ 2 ພື້ນຖານເສດຖະກິດບົນພື້ນຖານ 3 ເສົາຄ້ຳ: ຍຸດທະສາດພັດທະນາ; ຍົກສູງຄວາມສາມາດດ້ານພື້ນຖານໂຄງລ່າງ, ການຜະລິດ ແລະ ຍຸດທະສາດການບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ. ສະພາແຫ່ງຊາດຫວຽດນາມ ກໍ່ຈະເພີ່ມທະວີການສ້າງລະບອບລະບຽບການໃຫ້ສົມບູນແບບ, ສ້າງທຸກເງື່ອນໄຂສະດວກກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ແກ່ບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີ ຍີ່ປຸ່ນ.

     ສ່ວນທ່ານນາຍົກລັດຖະມົນຕີ Kishida Fumio ໄດ້ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ແລະ ຖືວ່າ, ໃນໄລຍະ ຟື້ນຟູ ເສດຖະກິດພາຍຫຼັງໂລກລະບາດນັ້ນ, ການຈັດຕັ້ງປະຕິບັດບັນດາໂຄງການໃຫຍ່ (ລວມທັງໂຄງການ ODA) ແມ່ນມີຄວາມໝາຍສຳຄັນທີ່ສຸດ. ທ່ານນາຍົກລັດຖະມົນຕີ Kishida Fumio ປາດຖະໜາວ່າ ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຮ່ວມມືກັບ ຍີ່ປຸ່ນ ກ່ຽວກັບບັນຫານີ້; ສະເໜີໃຫ້ສອງປະເທດພ້ອມກັນແກ້ໄຂບັນຫາທີ່ຍັງຄ້າງຄາເພື່ອໃຫ້ບັນດາໂຄງການຮ່ວມມືດຳເນີນໄປດ້ວຍດີ.

     ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ແລະ ທ່ານນາຍົກລັດຖະມົນຕີ Kishida Fumio ໄດ້ປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳ 2 ທ່ານໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍໃນພາກພື້ນ ແລະ ສາກົນຄື IPU, AIPA, APPF… ເພື່ອປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ອາຊີ - ປາຊີຟິກ, ຮັບມືກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ