(vovworld) – ຕອນບ່າຍວັນທີ 5/8, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ວາງອີ, ກຳມະການສູນກາງພັກ, ລັດຖະມົນຕີການຕ່າງປະເທດ ຈີນ, ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທ່ານ ວາງອີ ລາຍງານໃຫ້ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊາບກ່ຽວກັບໝາກຜົນຂອງການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ນມິງ ແລະ ຢືນຢັນວ່າການນຳພັກ ແລະ ລັດ ຈີນ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ກໍ່ຄືປາດຖະໜາຢາກພ້ອມກັບ ຫວຽດນາມ ເຮັດໃຫ້ສາຍພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະນັບມື້ນັບເລິກເຊິ່ງກ່ວາອີກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຮັບຮູ້ໝາກຜົນການເຈລະຈາຢ່າງແທ້ຈິງລະຫວ່າງລັດຖະມົນຕີການຕ່າງປະເທດ 2 ປະເທດ ແລະ ຢັ້ງຢືນວ່າການຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ແມ່ນແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍ ແລະ ກໍ່ແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າ 2 ຈະຝ່າຍມານະພະຍາຍາມຫັນເປັນລະອຽດ ແລະ ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ປະເທດຢ່າງຄົບຖ້ວນ, ເພີ່ມທະວີການຮ່ວມມືໃນທຸກໆຂົງເຂດ, ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງຜ່ານການເຈລະຈາສັນຕິພາບບົນພື້ນຖານກົດໝາຍສາກົນ ແລະ ບັນດາເອກະສານທີ່ກ່ຽວຂ້ອງເຊິ່ງໄດ້ຮັບການລົງນາມລະຫວ່າງ 2 ປະເທດ, ແນໃສ່ນຳການພົວພັນມິດຕະພາບ ຫວຽດນາມ - ຈີນ ໃຫ້ພັດທະນາເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໂລກ.
ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ວາງອີ, ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວ່າ ຫວຽດນາມ ຈະເຮັດຈົດສຸດຄວາມສາມາດຂອງຕົນພ້ອມກັບຝ່າຍ ຈີນ ຊຸກຍູ້ການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ເມື່ອເຕື້ອງເຖິງບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເໜີໃຫ້ 2 ຝ່າຍແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງຜ່ານການເຈລະຈາສັນຕິພາບ, ແກ້ໄຂບັນດາບັນຫາເກີດຂຶ້ນຢ່າງສົມເຫດສົມຜົນບົນຈິດໃຈສ້າງສັນ, ບໍ່ປະໃຫ້ບັນດາບັນຫານີ້ສົ່ງຜົນສະທ້ອນເຖິງການພົວພັນລວມລະຫວ່າງ 2 ປະເທດ ກໍ່ຄືສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຖືວ່າ: 2 ຝ່າຍຄວນຢືດໝັ້ນແກ້ໄຂການພິພາດບົນທະເລຕາມຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາບົນທະເລ ຫວຽດນາມ - ຈີນ, ກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ບົນເນື້ອໃນຈິດໃຈຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ມຸ້ງໄປເຖິງສ້າງຂໍ້ຕົກລົງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC).
ທ່ານລັດຖະມົນຕີ ວາງອີ ຢືນຢັນຈະຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດຢ່າງແຮງ, ພິເສດແມ່ນບັນດາຂົງເຂດເຊິ່ງທັງ 2 ຝ່າຍມີທ່າແຮງ ກ່ຽວກັບເສດຖະກິດ, ການຄ້າ, ການລົງທຶນ...