ການ​ນຳ​ພັກ, ລັດ ຫວຽດ​ນາມ ມອບຫຼຽນ​​ລາງວັນໃຫ້​ແກ່​ບັນ​ດາ​ທິມ​ບານ​ເຕະ​ຊາຍ​ທີ່​ຄວ້າ​ໄດ້​ຜົນ​ງານ​ສູງ​ໃນ​ຊີ​ເກມ 31

(VOVWORLD) -ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງບັນດາຄູຝຶກ ແລະ ນັກກິລາ ໃນຄະນະນັກກິລາ ຫວຽດນາມ ທີ່ໄດ້ສ້າງສະຖິຕິໃໝ່ກ່ຽວກັບຈຳນວນຫຼຽນຄຳ ເຊິ່ງຄະນະນັກກິລາໜຶ່ງບັນລຸໄດ້ໃນຊີເກມ 31.
ການ​ນຳ​ພັກ, ລັດ ຫວຽດ​ນາມ ມອບຫຼຽນ​​ລາງວັນໃຫ້​ແກ່​ບັນ​ດາ​ທິມ​ບານ​ເຕະ​ຊາຍ​ທີ່​ຄວ້າ​ໄດ້​ຜົນ​ງານ​ສູງ​ໃນ​ຊີ​ເກມ 31 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມອບຫຼຽນທອງໃຫ້ແກ່ທິມ U23  ອິນໂດເນເຊຍ (ພາບ: TTXVN)

ຕອນຄ່ຳວັນທີ 22 ພຶດສະພາ, ພາຍຫຼັງທີ່ທິມບານເຕະຊາຍ U23 ຫວຽດນາມ ໄດ້ເອົາຊະນະຕໍ່ທິມບານເຕະຊາຍ U23 ໄທ  1-0, ຮັກສາຕຳແໜ່ງຄອງແຊັມປະເພດກິລາບານເຕະຊາຍໃນງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ 31 (ຊີເກມ 31) ຢ່າງສຳເລັດຜົນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ແລະ ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ລົງເດີ່ນກິລາສະແດງຄວາມປະຕິຊົມຊື່ນ ແລະ ມອບຫຼຽນທອງໃຫ້ແກ່ທິມ U23  ອິນໂດເນເຊຍ, ມອບຫຼຽນເງິນໃຫ້ແກ່ທິມ U23 ໄທ ແລະ ມອບຫຼຽນຄຳໃຫ້ແກ່ທິມ U23 ຫວຽດນາມ ພ້ອມດ້ວຍທ່ານ Park Hang – Seo ຫົວໜ້າຄູຝຶກ.

ການ​ນຳ​ພັກ, ລັດ ຫວຽດ​ນາມ ມອບຫຼຽນ​​ລາງວັນໃຫ້​ແກ່​ບັນ​ດາ​ທິມ​ບານ​ເຕະ​ຊາຍ​ທີ່​ຄວ້າ​ໄດ້​ຜົນ​ງານ​ສູງ​ໃນ​ຊີ​ເກມ 31 - ảnh 2ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ມອບຫຼຽນເງິນໃຫ້ແກ່ຫົວໜ້າຄະນະທິມ U23 ໄທ (ພາບ: TTXVN)
 ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງບັນດາຄູຝຶກ ແລະ ນັກກິລາ ໃນຄະນະນັກກິລາ ຫວຽດນາມ ທີ່ໄດ້ສ້າງສະຖິຕິໃໝ່ກ່ຽວກັບຈຳນວນຫຼຽນຄຳ ເຊິ່ງຄະນະນັກກິລາໜຶ່ງບັນລຸໄດ້ໃນຊີເກມ 31.

ຕອບກັບ

ຂ່າວ/ບົດ​ອື່ນ