ການນຳລັດເຊຍແລະອາເມລິກາເຫັນດີເລີ່ມຕົ້ນວິວັດການການເມືອງຢູ່ຢູແກຼນ

ການນຳລັດເຊຍແລະອາເມລິກາເຫັນດີເລີ່ມຕົ້ນວິວັດການການເມືອງຢູ່ຢູແກຼນ - ảnh 1
ປະທານາທິບໍດີ ອາເມລິກາ ແລະ ປະທານາທິບໍດີ ລັດເຊຍ
ພາບ:baomoi.com


(vovworld)- ວັນ​ທີ 1/8, ປະທານາທິບໍດີ ອາ​ເມ​ລິ​ກາ Barak Obama ​ແລະ ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ກ່ຽວ​ກັບ​ສະພາບ​ການ​ ຢູ​ແກຼນ. ນີ້​ແມ່ນ​ການ​ໂອ້​ລົມ​ທຳ​ອິດ​ລະຫວ່າງ​ການ​ນຳ​ສອງ​ທ່ານ ນັບ​ແຕ່​ເມື່ອ​ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີ​ລົບ ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃຫມ່​ສຳລັບ ມົດ​ສະ​ກູ​ ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ ຢູ​ແກຼນ. ການ​ນຳ​ສອງ​ທ່ານ ​ເຫັນ​ດີ​ວ່າ: ສະພາບ​ຈົນ​ຕະ​ແຕປະຈຸ​ບັນ​ຢູ່ ຢູ​ແກຼນ ບໍ່​ມີ​ຜົນ​ປະ​ໂຫຍ​ດນັບ​ທັງ ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ, ສະ​ນັ້ນ ຄວນ​ຢຸດ​ຕິ​ສະພາວະ​ການ​ຮົບ​ຢູ່ ພາກ​ຕາ​ເວັນ​ອອກ ຢູ​ແກຼນ ພ້ອມ​ທັງ ​ເລີ່​ມຕົ້ນ​ວິວັດ​ການ​ການ​ເມືອງ​ຢູ່​ປະ​ເທດ​ນີ້,​ສືບ​ຕໍ່​ບັນດາ​ການ​ພົບ​ປະລະ​ຫວ່າງ​ກຸ່ມ​ປະຕິບັດ​ງາມ 3 ຝ່າຍ ຊື່​ງລ​ວມມີ: ຢູ​ແກຼນ, ລັດ​ເຊຍ ​ແລະ ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື ​ເອີ​ລົບ(OSCE). ​ໃນ​ການ​ໂອ້​ລົມ​ດັ່ງກ່າວ, ທ່ານ​ປະທານາທິບໍດີ Putin ​ໄດ້​ເນັ້ນ​ຫນັກ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃຫຍ່ ຊື່​ງ ອາ​ເມ​ລິ​ກາ ​ແລະ ອີ​ຢູ ຈັດ​ວາງ​ສຳລັບ ລັດ​ເຊຍ ​ແມ່ນ​ໄຮ້​ຜົນ​ປະ​ໂຫຍ​ດ ​ແລະ ກໍ​ຜົນ​ສະທ້ອນ​ຢ່າງ​ຫນັກ​ຫນ່ວງ​ເຖິງ​ສາຍ​ພົວພັນ​ລະຫວ່າງ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ກໍ​ຄື​ສະຖຽນ​ລະ​ພາບ​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ