ການນຳວິທະຍຸກະຈາຍສຽງ ຫວຽດນາມ ຕ້ອນຮັບຄະນະຜູ້ແທນ ວິທະຍຸກະຈາຍສຽງ, ໂທລະພາບມຽນມາ

ການນຳວິທະຍຸກະຈາຍສຽງ ຫວຽດນາມ ຕ້ອນຮັບຄະນະຜູ້ແທນ ວິທະຍຸກະຈາຍສຽງ, ໂທລະພາບມຽນມາ - ảnh 1
(ທ່ານ​ຮອງ​ຜູ້ອຳ​ນວຍ​ການ​ໃຫຍ່ວິທະຍຸ​ກະຈາຍສຽງ​ຫວຽດນາມ Vu Hai
ມອບຂອງຂວັນໃຫ້ຄະນະ​ຜູ້​ແທນວິທະຍຸ​ກະຈາຍສຽງ, ​ໂທລະພາບ​ມຽນມາ)


(vovworld) - ຕອນ​ເຊົ້າ​ວັນ​ທີ 5/9, ທ່ານ​ຮອງ​ຜູ້ອຳ​ນວຍ​ການ​ໃຫຍ່ວິທະຍຸ​ກະຈາຍສຽງ​ຫວຽດນາມ Vu Hai ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນວິທະຍຸ​ກະຈາຍສຽງ, ​ໂທລະພາບ​ມຽນມາ ທີ່​ພວມ​ມີ​ການ​ຢ້ຽມ​ຢາມ ​ແລະ ​ແລກປ່ຽນ​ການ​ຮ່ວມ​ມື​ກັບວິທະຍຸ​ກະຈາຍສຽງ​ຫວຽດນາມ. ທ່ານ​ຮອງ​ຜູ້ອຳ​ນວຍ​ການ​ໃຫຍ່ Vu Hai ​ໃຫ້​ຮູ້​ວ່າ, ຍາມ​ໃດ ວິທະຍຸ​ກະຈາຍສຽງ​ຫວຽດນາມ ກໍ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາວິທະຍຸ​ກະຈາຍສຽງ, ​ໂທລະພາບ​ໃນ​ໂລກ ​ແລະ ປະຈຸ​ບັນ​ມີ​ການ​ພົວພັນ​ຮ່ວມ​ມື​ກັບອົງການ​ຈັດ​ຕັ້ງ, ວິທະຍາ​ກະຈາ​ຍສຽງ, ​ໂທລະພາບ 60 ​ແຫ່ງ​ຢູ່​ໃນ​​ໂລກ. ພ້ອມ​ກັນ​ນັ້ນ ​ກໍໄດ້​ແລກປ່ຽນ​ຄະນະ​ພະນັກງານ, ນັກ​ຂ່າວ​ລະຫວ່າງ​ບັນດາ​ວິທະຍຸ​ກະຈາຍສຽງ​ເປັນ​ປະຈຳ ​ເພື່ອ​ເພີ່​ມທະວີ​ຄວາມ​ຮູ້, ​​ແນະນຳ​ພາບ​ພົດ​ຂອງ​ຫວຽ​ດນາມ ກັບ​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໃນ​ນັ້ນ​ມີ​ມຽນ​ມາ, ຜ່ານ​ນັ້ນ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ ​ແລະ ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ຫວຽ​ດນາມ ກັບບັນດາ​ປະ​ເທດ​ອື່ນ. ທ່ານ Su Myint, ຫົວໜ້າ​ຄະນະ​ຜູ້​ແທນ​ວິທະຍຸ​ກະຈາຍສຽງ, ​ໂທລະພາບ​ມຽນ​ມາ ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ທີ່​ໄດ້​ມາ​ຢ້ຽມຢາມ ​ແລະ​ແລກປ່ຽນ​​ຮ່ວມ​ມື​ກັບວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເພື່ອ​ຮໍ່າຮຽນ​ເອົາ​ບົດຮຽນ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ວິຊາ​ການ.

ຂ່າວ/ບົດ​ອື່ນ