ການນຳສະຖານທູດ10ປະເທດຢ້ຽມຢາມແລະເຮັດວຽກຢູ່ແຂວງບັກຢາງ

ການນຳສະຖານທູດ10ປະເທດຢ້ຽມຢາມແລະເຮັດວຽກຢູ່ແຂວງບັກຢາງ - ảnh 1
ການນຳບັນດາສະຖານທູດແລກປ່ຽນກັບການນຳແຂວງບັກຢາງ
(ພາບ:nhandan.com.vn)

(vovworld) –  ວັນ​ທີ 25/6, ທ່ານ​ຟ້າ​ມ​ແຊງ​ເຈົາ, ຫົວໜ້າ​ກົມ​ວັດທະນະທຳ​ການ​ຕ່າງປະ​ເທດ ​ແລະ UNESCO,  ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ນຳ​ໜ້າ​ຄະນະທຸ​ຕາ​ນຸທູດ ​ເຊິ່ງລວມມີ: ການ​ນຳ​ສະຖານທູດ 10 ປະ​ເທດ: ອົດ​ສະ​ຕາ​ລີ, ຮຸງ​ກາຣີ, ລັດ​ເຊຍ, ຣຸມາ​ນີ, ​ເປຣູ, ອາ​ເມ​ລິ​ກາ, ອິນ​ເດຍ, ມາຣົກ, ຢູ​ເກຼນ, ຊູ​ແອັດ​ ໄດ້​​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ບັກ​ຢາງ ​ເພື່ອ​ແນ​ໃສ່​ແລກປ່ຽນ​ກາລະ​ໂອກາດ​ຮ່ວມ​ມື​ໃນ​ການ​ຮັກສາ, ປຸງ​ແຕ່ງ ​ແລະ  ສົ່ງ​ອອກບັນດາ​ຜະລິດ​ຕະພັນ​ກະ​ເສດ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ຜະລິດ​ຕະພັນ​ໝາກ​ລິ້ນ​ຈີ່. ຕາມ​ທ່ານ​ຟ້າ​ມຊັນ​ເຈົາ ​ແລ້ວ, ການ​ຢ້ຽມຢາມ​ແຂວງ ບັກ​ຢາງ ຄັ້ງ​ນີ້​ຈະ​ຊ່ວຍ​ບັນດາ​ເອກ​ອັກ​ຄະ​ລັດຖະທູດ​ໃນ​ຄະນະ​ທຸ​ຕາ​ນຸທູດ​ເຂົ້າ​ໃຈ​ຕື່ມ​ອີກ ກ່ຽວ​ກັບ​ບັນດາ​ຜະລິດ​ຕະພັນກະ​ເສດ ​ແລະ ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຂວງ ບັກ​ຢາງ. ການ​ຢ້ຽມຢາມ​ຄັ້ງ​ນີ້​ກໍ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ແຂວງ ບັກ​ຢາງ ກັບ​ຄະນະ​ທຸ​ຕາ​ນຸທູດ​ສືບ​ຕໍ່​ເຂົ້າ​ສູ່​ລວງ​ເລິກ, ນັບ​ມື້​ນັບ​ແທດ​ຈິງ, ພິ​ເສດ​ແມ່ນ​ວຽກ​ງານ​ໂຄສະນາ​ການທ່ອງທ່ຽວ ​ແລະ ສິນຄ້າ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ