ການນຳຫວຽດນາມ ແລະ ສ.ເກົາຫຼີແລກປ່ຽນສານອວຍພອນ

ການນຳຫວຽດນາມ ແລະ ສ.ເກົາຫຼີແລກປ່ຽນສານອວຍພອນ - ảnh 1


(vovworld)- ວັນ​ທີ 4/1,ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ຜູ້​ຮັກ​ສາ​ການ​ປະ​ທາ​ນາ​ທິ​ບໍ​ດີ ທັງ​ເປັນ​​ນາຍົກ​ລັດ​ຖະ​ມົນ​ຕີ​ ສ.ເກົາຫຼີ ທ່ານ Hwang Kyo Ahn ໄດ້​ແລກ​ປ່ຽນ​ສານ​ອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ຕົ້ນ​ປີ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ   ພົວ​ພັນ​ທາງການ​ທູດ​ຫວຽດ​ນາມ - ສ.ເກົາຫຼີ (22/12/1992 – 22/12/2017). ການ​ນຳ​ທັງ 2 ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ຫວຽດ​ນາມ-ສ.ເກົາຫຼີ ໃນ 25 ປີ​ທີ່​ຜ່ານ​ມາ, ໄດ້​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ, ຮອບ​ດ້ານ ແລະ ແທດ​ຈິງ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ ແລະ ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ການ​ນຳ 2 ປະ​ເທ​ດ​ເຫັນ​ດີ​ນຳ​ການ​ພົວ​ພັນ​ຄູ່ຮ່ວມ​ມືີຍຸດ​ທະ​ສາດ​ຫວຽດ​ນາມ-ສ.ເກົາຫຼີ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ, ບັນ​ລຸ​ບັນ​ດາ​ໝາກ​ຜົນ​ອັນ​ໃຫຍ່ຫຼວງກວ່າ​ອີກ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ