ການບຸກໂຈມຕີກໍ່ການຮ້າຍຢູ່Jerusalem,ຊາວອິດສຣາແອນເສຍຊີວິດ

ການບຸກໂຈມຕີກໍ່ການຮ້າຍຢູ່Jerusalem,ຊາວອິດສຣາແອນເສຍຊີວິດ - ảnh 1
ການບຸກໂຈມຕີກໍ່ການຮ້າຍຢູ່ Jerusalem,
ຊາວອິດສຣາແອນເສຍຊີວິດ
(ພາບ: AP)


(vovworld) – ຢ່າງ​ໜ້ອຍ​ສຸດ​ມີຊາວ​ອິດສຣາ​ແອນ 2 ຄົນ​ເສຍ​ຊີວິດ ​ແລະ 2 ຄົນ​ຮັບ​ບາດ​ເຈັບ​​ໃນ​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ ​ເຊິ່ງ​ເກີດ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນທີ 03/10, ຢູ່​ເຂດ​ດິນ​​ແດນ Jerusalem. ຕົວ​ການ​ແມ່ນ Mohand Hababi, ອາຍຸ 19 ປີ, ຊາວ​ປາ​ແລດສຕິນ. Hababi ​ໄດ້​ໃຊ້​ມິດ​ເພື່ອ​ບຸກ​ໂຕມຕີ​ຊາວ​ອິດສຣາ​ແອນ​ ຄອບຄົວໜຶ່ງ ​ເມື່ອ​ເຂົາ​ເຈົ້າ​ພວມ​ໄປ​ສວ​ດມົນ​ພາວະນາ. ຊາວ​ອິດສຣານ​ແອນ ຄົນ​ໜຶ່ງ​ຢູ່​ໃກ້​ກັບ​ສະຖານ​ທີ່​ເກີດ​ເຫດ ​ໄດ​້​ມາຊ່ວຍກູ້ ​ແຕ່​ກໍ​ຖືກຜູ້​ຮ້າຍ​ແທງເສຍ​ຊີວິດ. ຫຼັງ​ການ​ຈາກ​ນັ້ນ, Hababi ຢືດ​ເອົາ​ປືນ​ຂອງ 1 ​ໃນ​ຈຳນວນຜູ້​ຮັບ​ເຄາະ​ຮ້າຍ 2 ຄົນ​ເສຍ​ຊີ​ວິດ​ດັ່ງກ່າວ​ເພື່ອ​ບຸກ​ໂຈມ​ຕີ​ຕຳ​ຫຼວດ ​ແລະ ຖືກ​ຍິງ​ຕາ​ຍ. ພາຍຫຼັງ​ການ​ບຸກ​ໂຕມຕີ​ກໍ່​ການ​ຮ້າຍ, ຂະ​ບວນການ​ຊາວມຸດສະ​ລິ​ມ Jihad ຢູ່​ເຂດ ກາຊາ, ​ໄດ້​ຍອ​ມຮັບ​ຢືນ​ຢູ່​ເບື້ອງ​ຫຼັງ​ເຫດ​ບຸ​ກໂຈມ​ຕີ​ດັ່ງ​ກ່າວ ​ແລະ ຢືນຢັນ​ວ່າ Hababi ​ແມ່ນ​ສະມາຊິກ​ຂອງ​ກຸ່ມ​ນີ້. Jihad ຢືນຢັນ​ວ່າ, ຈຸດ​ປະສົງ​ຂອງ​ເຫດ​ບຸກ​ໂຈມ​ຕີ ​ແມ່ນ​​ເພື່​ອ​ແກ້​​ແຄ້ນ “ບັນດາ​ໂທດກຳ​ກໍ່​ການ​ຮ້າຍ” ຂອງ​ຊາວ​ອິດສະຣາ​ແອນ ສຳ​ລັບ​ຊາວ​ປາ​ແລດ​ສຕິ​ນ.

ຂ່າວ/ບົດ​ອື່ນ