ການບຸກໂຈມຕີຄັ້ງໃຫຍ່ໃນລະດູບານໃໝ່ 1968: ນັກຮົບເກົ່າ ເຂດທະຫານ ຈີ້ທຽນ ກ່ວາ 500 ຄົນຢ້ຽມຢາມສະໜາມຮົບເກົ່າ

(VOVWORLD) - ກ່ອນນີ້, ບັນດານັກຮົບເກົ່າເຫຼົ່ານີ້ແມ່ນຂຶ້ນກັບບັນດາກອງພົນ 304, 324, 312, 325…ເຂົ້າຮ່ວມບັ້ນຮົບໃນການບຸກໂຈມຕີຄັ້ງໃຫຍ່ ແລະ ລຸກຮື້ຂຶ້ນຍາມລະດູບານໃໝ່ 1968 ຢູ່ສະໜາມຮົບ ກ໋ວາງຈີ້.
ການບຸກໂຈມຕີຄັ້ງໃຫຍ່ໃນລະດູບານໃໝ່ 1968: ນັກຮົບເກົ່າ ເຂດທະຫານ ຈີ້ທຽນ ກ່ວາ 500 ຄົນຢ້ຽມຢາມສະໜາມຮົບເກົ່າ - ảnh 1 ບັນດານັກຮົບເກົ່າ ໄດ້ທະຫວາຍທູບທຽນໃຫ້ບັນດາເພື່ອນຮ່ວມກົມກອງທີ່ໄດ້ເສຍສະຫຼະຊີວິດ

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນບຸກໂຈມຕີ ແລະ ລຸກຮື້ຂຶ້ນຍາມລະດູບານໃໝ່ 1968, ວັນທີ 23 ມັງກອນ, ຄະນະຕິດຕໍ່ພົວພັນນັກຮົບເກົ່າ ເຂດທະຫານ ຈີ້ທຽນ ຂຶ້ນກັບເຂດທະຫານ 4, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງການຢ້ຽມຢາມສະໜາມຮົບເກົ່າ ໃນບໍລິເວນແຂວງ ກ໋ວາງຈີ້. ເຂົ້າຮ່ວມການຢ້ຽມຢາມຄັ້ງນີ້ມີນັກຮົບເກົ່າກ່ວາ 500 ຄົນທີ່ມາຈາກແຂວງຕ່າງໆຄື: ບັກນີງ, ຮ່າໂນ້ຍ, ນາມດິ້ງ, ຫາຍຟ່ອງ, ທ໋າຍບີ່ງ, ນີງບີ່ງ… ກ່ອນນີ້, ບັນດານັກຮົບເກົ່າເຫຼົ່ານີ້ແມ່ນຂຶ້ນກັບບັນດາກອງພົນ 304, 324, 312, 325…ເຂົ້າຮ່ວມບັ້ນຮົບໃນການບຸກໂຈມຕີຄັ້ງໃຫຍ່ ແລະ ລຸກຮື້ຂຶ້ນຍາມລະດູບານໃໝ່ 1968 ຢູ່ສະໜາມຮົບ ກ໋ວາງຈີ້.

        ໄດ້ກັບຄືນສູ່ເຂດດິນແດນ ກວາງຈີ້ ພາຍຫຼັງ 50 ປີ, ບັນດານັກຮົບເກົ່າ ພ້ອມກັບບັນດາການນຳເມືອງເຂດພູດອຍ ເຮື໋ອງຮ໋ວາ ແລະ ປະຊາຊົນ, ຫວນຄືນບັນດາວິລະກຳທີ່ອົງອາດກ້າຫານ, ປະກອບສ່ວນເຂົ້າໃນການຕີຊະນະຈັກກະພັດ ອາເມລິກາ, ປົດປ່ອຍພາກໃຕ້ ຫວຽດນາມ ຢ່າງສົມບຸນ, ທ້ອນໂຮມປະເທດຊາດເປັນເອກະພາບໃນປີ 1975.

        ຄະນະນັກຮົບເກົ່າ ໄດ້ຖະຫວາຍທູບທຽນ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງຫຼວງເລກ 9 ແລະ ເຂດສຸສານທະຫານເສຍສະຫຼະຊີວິດເພື່ອຊາດເມືອງເຮື໋ອງຮ໋ວາ.

        ວັນທີ 24 ມັງກອນ, ຄະນະນັກຮົບເກົ່າເຂດທະຫານ ຈີ້ທຽນ ສືບຕໍ່ໄປຖະຫວາຍທູບທຽນ ຢູ່ກຳແພງເກົ່າ ກ໋ວາງຈີ້ ແລະ ຢ້ຽມຢາມແຂວງ ເທື່ອທຽນ ເຫ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ