ການ​ປະ​ທະ​ກັນ ລະ​ຫວ່າງ ຮາ​ມາດ​ສ - ອິດສະ​ຣາ​ແອັນ: ອິດ​ສະ​ຣາ​ແອັນ ຍົກ​ອອກ​ຄຳ​ກ່າວ​ເຕືອນ ຍົກ​ຍ້າຍ​ຄັ້ງ​ໃໝ່​ຢູ່​ທາງ​ທິດ​ໃຕ້​ເຂດ ກາ​ຊາ

(VOVWORLD) -      ວັນທີ 17 ພະຈິກ, ອິດສະຣາແອັນ ໄດ້ຍົກອອກຄຳກ່າວເຕືອນໃໝ່, ໂດຍຮຽກຮ້ອງໃຫ້ຊາວ ປາແລັດສະຕິນຢູ່ນະຄອນ Khan Younis (ທາງທິດໃຕ້ເຂດ ກາຊາ) ຕ້ອງຍົກຍ້າຍໄປຍັງທາງທິດຕາເວັນຕົກ ແລະ ເຄື່ອນຍ້າຍໄປໃກ້ເຂດທີ່ມີການໜູນຊ່ວຍມະນຸດສະທຳ. ນີ້ແມ່ນສັນຍານຫຼ້າສຸດທີ່ສະແດງໃຫ້ເຫັນວ່າ ອິດສະຣາແອັນ ມີແຜນການບຸກໂຈມຕີ ຮາມາດສ ຢູ່ທາງທິດໃຕ້ເຂດ ກາຊາ ພາຍຫຼັງທີ່ມ້າງທຳລາຍຢູ່ທາງທິດເໜືອ.
ການ​ປະ​ທະ​ກັນ ລະ​ຫວ່າງ ຮາ​ມາດ​ສ - ອິດສະ​ຣາ​ແອັນ: ອິດ​ສະ​ຣາ​ແອັນ ຍົກ​ອອກ​ຄຳ​ກ່າວ​ເຕືອນ ຍົກ​ຍ້າຍ​ຄັ້ງ​ໃໝ່​ຢູ່​ທາງ​ທິດ​ໃຕ້​ເຂດ ກາ​ຊາ - ảnh 1ປະຊາຊົນຂົນສົ່ງນ້ຳໃຊ້ຢູ່
Khan Younis, ເຂດ Gaza (ພາບ:THX/TTXVN)

ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ  Benjamin Netanyahu ໄດ້ຢັ້ງຢືນຄືນວ່າ ຄຳສັ່ງຢຸດຍິງຊົ່ວຄາວຢູ່ເຂດ ກາຊາ ຈະໄດ້ປະຕິບັດກໍຕໍ່ເມື່ອ “ພວກຂ້າພະເຈົ້າສາມາດນຳເອົາບັນດາຕົວປະກັນຂອງຕົນກັບເມືອ” ເທົ່ານັ້ນ.  ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ CBS (ອາເມລິກາ), ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ໃຫ້ຮູ້ວ່າ ຈຸດປະສົງແມ່ນຮັບປະກັນໃຫ້ຕົວປະກັນ ປະມານ 240 ຄົນ ສາມາດອອກຈາກເຂດ ກາຊາ.

        ໃນການຜັນແປຫຼ້າສຸດ, ເຊື້ອເພີງໜູນຊ່ວຍຖ້ຽວທຳອິດ ຈາກ ອີຢິບ ໄດ້ເຂົ້າເຂດ ກາຊາ ໃນຕອນຄ່ຳວັນທີ 17 ພະຈິກ, ພາຍຫຼັງທີ່ ອິດສະຣາແອັນ ຕົກລົງເຫັນດີຕໍ່ຄຳຮຽກຮ້ອງຂອງ ອາເມລິກາ ໂດຍອະນຸຍາດໃຫ້ສະໜອງເຊື້ອເພີງຢ່າງມີຂໍ້ຈຳກັດ ແນໃສ່ຢຸດຕິສະພາວະບໍ່ມີໄຟຟ້າ.      

ຕອບກັບ

ຂ່າວ/ບົດ​ອື່ນ