ການປະທະກັນຢູ່ ຊີຣີກ້າວເຂົ້າສູ່ປີທີ 10
(VOVWORLD) -ນັບແຕ່ເມື່ອສົງຄາມເກີດຂຶ້ນຢູ່ ຊີຣີໃນເດືອນ ມີນາ ປີ 2011, ມີຜູ້ເສີຍຊີວິດຢ່າງໜ້ອຍສຸດ 384.000 ຄົນ, ໃນນັ້ນມີ ສາມັນຊົນ 116.000 ຄົນ. ນີ້ແມ່ນຕົວເລກທີ່ໄດ້ອົງການຕິດຕາມສິດທິມະນຸດ ຊີຣີ (SOHR)ປະກາດໃນວັນທີ 14 ມີນາ.
ສະຖານທີ່ເກີດເຫດວາງລະເບີດຢູ່ ຊີຣີ (ພາບ: THX/TTXVN)
|
ຕາມການຕີລາຄາຂອງ SOHR ໃນຈຸດເວລາສົງຄາມຢູ່ ຊີຣີກ້າວເຂົ້າສູ່ປີທີ 10, ກອງທັບລັດຖະບານຂອງ ທ່ານ ປະທານາທິບໍດີ Bashar al- Assad ໄດ້ຄຸ້ມຄອງ 70% ຜືນແຜ່ນດິນໃນທົ່ວປະເທດນີ້. ເຖິງຢ່າງໃດກໍ່ຕາມ, ບັ້ນສົ່ງຄາມດັ່ງກ່າວໄດ້ສ້າງບັນດາຜົນຢ້ອນຫຼັງທີ່ຮ້າຍແຮງທາງດ້ານເສດຖະກິດ ແລະ ຜົນເສຍຫາຍອັນໜັກໜ່ວງທາງດ້ານມະນຸດ. ສົງຄາມໄດ້ທຳລາຍພື້ນຖານເສດຖະກິດ, ເຮັດໃຫ້ຊາວຊີຣີ ກ່ວາ 11 ລ້ານຄົນຕ້ອງປະລະເຮືອນຊານບ້ານຊ່ອງ ໄປລີ້ໄພ. ພິເສດໃນຈຳນວນຜູ້ເສຍຊີວິດມີເດັກນ້ອຍ 22.000 ຄົນ ແລະ ແມ່ຍິງ 13.000 ຄົນ.