ການພັດທະນາເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມຢູ່ຫວຽດນາມແລະລາວ

ການພັດທະນາເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມຢູ່ຫວຽດນາມແລະລາວ - ảnh 1
(​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 3 ລະຫວ່າງ​
ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ລາວ)


(vovworld) - ການ​ພັດທະນາ​ເສດຖະກິດການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ​ແລະ​ລາວ. ນີ້​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 3 ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ລາວ, ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 14/7 ຢູ່​ຮ່າ​ໂນ້ຍ. ລະຫວ່າງ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ​ແລະ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຫົວໜ້າຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ດິງ​ເທ໋ຮວີນ ​ເນັ້ນ​ໜັກ​ບົດບາດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ການ​ຊີ້​ນຳ​ພັດທະນາ​ເສດຖະກິດ​ການ​ຕະຫຼາດ ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ. ພ້ອມ​ທັງ​ຊີ້​ແຈ້ງວ່າ ພັກ​ກອມ​ມູນິດ​ຫວຽດນາມ ຮັບ​ຮູ້​ເນື້ອ​ໃນ​, ທາດ​ແທ້​ຂອງ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ, ການ​ປ່ຽນ​ໃໝ່​​ແບບ​ວິທີ​ນຳພາ​ສຳລັບ​ການ​ພັດທະນາ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ ກຳນົດ​ທິດ​ສັງຄົມ​ນິຍົມນັບ​ມື້​ນັບ​ເລິກ​ເຊິ່ງກວ່າ.

ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ, ​ໃນ​ໄລຍະ​ເກືອບ 30 ປີ ​ແຫ່ງ​ການ​​ປ່ຽນ​ໃໝ່, ສອງ​ພັກ, ສອງ​ລັດ ສາມາດ​ບັນລຸ​ໄດ້ຜົນ​ງານ​ອັນ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ໃນ​ການ​ພັດທະນາເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ. ບັນດາ​ບົດ​ປະກອບ​ຄວາມ​ເຫັນ​ກໍ່​ຊີ້​ອອກ​ບັນດາ​ບັນຫາ​ກ່ຽວ​ກັບ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ ທີ່​ຈຳ​ເປັນ​ຕ້ອງ​ເຮັດ​ແຈ້ງ, ​ເຊັ່ນ: ທາດ​ແທ້, ​ເນື້ອ​ໃນ ​ແລະ ຈຸດ​ພິ​ເສດສະ​ເພາະ​ຂອງ​ພື້ນຖານເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມຢູ່​ແຕລະ​ປະ​ເທດ, ສາຍ​ພົວພັນ​ລະຫວ່າງ​ລັດ ​ແລະ ຕະຫຼາດ, ລະຫວ່າງ​ຕະຫຼາດ ​ແລະ ສັງຄົມ; ບັນດາ​ການ​ກະທົບ​ຂອງເສດຖະກິດ​ການ​ຕະຫຼາດ​ສຳລັບ​ວຽກ​ງານ​ກໍ່ສ້າງ​ພັກ, ການ​ພັດທະນາ​ວັດທະນະທຳ, ຮັບປະກັນ​ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸຕິ​ທຳ​ໃນ​ສັງຄົມ, ຮັບປະກັນ​ກຳນົດ​ທິດ​ສັງຄົມ​ໃນ​ການ​ພັດທະນາ​ເສດຖະກິດ​ການ​ຕະຫຼາດ.

ຂ່າວ/ບົດ​ອື່ນ