ການພົວພັນລະຫວ່າງຫວຽດນາມ ແລະ ລາຊະອານາຈັກແບນຊິກພັດທະນາອັນດີງາມ

ການພົວພັນລະຫວ່າງຫວຽດນາມ ແລະ ລາຊະອານາຈັກແບນຊິກພັດທະນາອັນດີງາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ
ນາ​ຍົກ​ລັດ​ຖະ​ມົນ​ຕີ ແບນ​ຊິກ Charles Miche

(vovworld)-  ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ແບນ​ຊີກ Charles Michel ໃນ​ການ​ເຈ​ລະ​ຈາ ເມື່ອ​ວັນ​ທີ 2/12 ຢູ່ ບ​ຣຸກ​ແຊ​ນ ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ແບນ​ຊີກ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ. ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ທ່ານ ໄດ້​ພ້ອມ​ກັນ​ແລ​ກ​ປ່ຽນ​ບັນ​ດາ​ກາ​ນ​ກຳ​ນົດ​ທິດ​ທາງ​ໃຫຍ່​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ແບນ​ຊີກ, ເປັນ​ເອ​ກະ​ພາບ​ຫລາຍ​ມາດ​ຕະ​ການ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຂຶ້ນ​ກັບ​ຂົງ​ເຂດ: ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ, ບໍ​ລິ​ການ​ພະ​ລາ​ທິ​ການ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ການ​ເຕີບ​ໂຕ​ຂຽວ ແລະ​ອື່ນໆ ຢ່າງ​ມີ​ປະ​ສິດ​ທິ​ຜົນ.  ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ສອງ​ທ່ານ ໄດ້​ເຫັນ​ດີ ສົມ​ທົບ​ກັນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢູ, ຊຸກ​ຍູ້ ອີ​ຢູ ສຳ​ເລັດ​ການ​ໃຫ້​ສັດ​ຕະ​ຍາ​ບັນ PCA, ແລະ​ລົງ​ນາມ​ໃນ​ສັນ​ຍາ EVFTA ໂດຍ​ໄວ. ທີ່​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ແບນ​ຊີກ Charles Michel ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ພາຍ​ຫລັງ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ແບນ​ຊີກ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ຕ່ຳ ແບນ​ຊີກ Siegfried Bracke, ແລະ ປະ​ທານ​ສະ​ພາ​ສູງ​ແບນ​ຊີກ ທ່ານ​ນາງ Christine Defraigne.

ຂ່າວ/ບົດ​ອື່ນ