ການຢ້ຽມຢາມ ຫວຽດນາມ ຂອງ ເຈົ້າຊີວິດ ແບນຊິກ ຈະເປີດໂອກາດຮ່ວມມືໃໝ່ໃນການພົວພັນ 2 ຝ່າຍ
(VOVWORLD) - ໃນໄລຍະ 50 ກວ່າປີຜ່ານມາ, ການພົວພັນລະຫວ່າງ 2 ປະເທດບັນລຸໄດ້ຜົນງານຫຼາຍຢ່າງພໍສົມຄວນໃນຫຼາຍຂົງເຂດ.
ທ່ານເອກອັກຄະລັດຖະທູດ ຫງວຽນວັນທາວ ແລະ ເຈົ້າຊີວິດ ແບນຊິກ Philippe
(ພາບ: ສະຖານທູດ ຫວຽດນາມ ປະຈຳ ແບນຊິກ)
|
ການຢ້ຽມຢາມ ຫວຽດນາມ ຂອງ ເຈົ້າຊີວິດ ແບນຊິກ ຈະເປີດໂອກາດຮ່ວມມືໃໝ່ໃນການພົວພັນ 2 ຝ່າຍ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ຫງວຽນວັນທາວ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະພາບ ເອີລົບ (ອີຢູ) ກ່ອນການເດີນທາງໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງເຈົ້າຊີວິດ ແບນຊິກ Philippe ແລະ ພະມະເຫສີ, ພ້ອມກັບຄະນະລາຊະວົງ ແບນຊິກ ໃນລະຫວ່າງວັນທີ 31 ມີນາ - 04 ເມສາ.
ທ່ານເອກອັກຄະລັດຖະທູດ ຫງວຽນວັນທາວ ເນັ້ນໜັກວ່າ, ໃນໄລຍະ 50 ກວ່າປີຜ່ານມາ, ການພົວພັນລະຫວ່າງ 2 ປະເທດບັນລຸໄດ້ຜົນງານຫຼາຍຢ່າງພໍສົມຄວນໃນຫຼາຍຂົງເຂດ. ເຖິງຢ່າງໃດກໍ່ຕາມ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຢູ ເວົ້າລວມ, ແລະ ລະຫວ່າງ ຫວຽດນາມ ແລະ ແບນຊິກ ເວົ້າສະເພາະຍັງໃຫຍ່ຫຼວງຢູ່. ທ່ານໄດ້ໃສ່ໃຈເປັນພິເສດວ່າ, ການຢ້ຽມຢາມຂອງເຈົ້າຊີວິດ ແບນຊິກ ໄດ້ຮັບຖືວ່າ ແມ່ນໜຶ່ງໃນຈຳນວນການເດີນທາງໄປຢ້ຽມຢາມທາງລັດຖະກິດ 2 ຄັ້ງຂອງເຈົ້າຊີວິດແບນຊິກໃນແຕ່ລະປີ, ສະແດງໃຫ້ເຫັນຄວາມສຳຄັນພິເສດຂອງ ຫວຽດນາມ ໃນການພົວພັນກັບ ແບບຊິກ. ນີ້ກໍ່ແມ່ນໂອກາດສຳຄັນເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ແບນຊິກ, ພ້ອມກັນນັ້ນກໍ່ແມ່ນລະຫວ່າງ ຫວຽດນາມ ແລະ ອີຢູ.