(vovworld) - ດັ່ງທີ່ພວກເຮົາໄດ້ໃຫ້ຂ່າວໄປແລ້ວ, ວັນທີ 11/2, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບເມືອຮອດນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມລາວເປັນເວລາ 3 ວັນຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຈຸມມາລີ ໄຊຍະສອນ ຢ່າງຈົບງາມ. ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ເຈືອງເຕີນຊາງ ເພື່ອແນໃສ່ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ກ່ວາອີກ ແລະ ກໍ່ເປັນການເປີດສາກໃຫ້ແກ່ ”ປີແຫ່ງຄວາມສາມັກຄີ, ມິດຕະພາບ ຫວຽດນາມ - ລາວ 2012”.
ພ້ອມກັບການປະກາດເປີດສາກ “ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ 2012” ຢ່າງເປັນທາງການ, ຜ່ານການໂອ້ລົມສົນທະນາຄັ້ງຕ່າງໆ ແລະ ພົບປະກັບການນຳຂອງລາວ, 2 ຝ່າຍລ້ວນແຕ່ຢືນຢັນວ່າ, ສາຍພົວພັນອັນດີງາມນີ້ໃນໄລຍະຜ່ານມາໄດ້ຮັບການປັບປຸງ ແລະ ເພີ່ມທະວີໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ. ພິເສດ, ການພົວພັນທາງດ້ານການເມືອງອັນດີງາມນັ້ນໄດ້ສ້າງປະຖົມປັດໃຈເພື່ອໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ.
ໃນການເຄື່ອນໄຫວຕ່າງໆ ຢູ່ ສປປ ລາວ, ທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ແລະ ຮອງນາຍົກລັດຖະມົນຕີ ລາວ 2 ທ່ານ ໄດ້ເຂົ້າຮ່ວມການພົບປະສົນທະນາກ່ຽວກັບການສົ່ງເສີມການລົງທຶນຂອງບັນດາວິສາຫະກິດຫວຽດນາມ ເຂົ້າບັນດາແຂວງພາກກາງ ແລະ ພາກໃຕ້ຂອງ ລາວ. ທ່ານຮອງນາຍົກລັດຖະມົນຕີ ລາວ ສົມສະຫວາດ ເລັ່ງສະຫວັດ ກໍ່ສະແດງໃຫ້ເຫັນວ່າ: ລັດຖະບານລາວ ມີຄວາມເຊື່ອໝັ້ນທີ່ສຸດເຂົ້າໃນການຮ່ວມມືຢ່າງດີງາມຂອງບັນດາວິສາຫະກິດ ຫວຽດນາມ, ພ້ອມແລ້ວທີ່ສ້າງທຸກເງື່ອນໄຂ, ພ້ອມກັນແກ້ໄຂຄວາມຫຍູ້ງຍາກ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ບັນດາວິສາຫະກິດຫວຽດນາມລົງທຶນເຂົ້າລາວ.
ຈຸດພົ້ນເດັ່ນຂອງການຢ້ຽມຢາມລາວຂອງທ່ານປະທານປະເທດ ເຈືອງເຕີນຊາງ ແມ່ນບັນລຸໄດ້ຂໍ້ຕົກລົງໃນການເຄື່ອນໄຫວຫຼາຍຢ່າງ ແລະ ໂຄງການຮ່ວມມືທີ່ແທດຈິງຕ່າງໆ, ໃນນັ້ນ: ກະຊວງສືກສາບຳລຸງສ້າງ ຫວຽດນາມ ແລະ ກະຊວງສືກສາທິການ ລາວ ໄດ້ເຊັນອະນຸສັນຍາ ແລະ ແຜນການປີ 2012 ກ່ຽວກັບການຮ່ວມມືດ້ານສືກສາ, ມີຫຼາຍອົງການ, ວິສາຫະກິດຫວຽດນາມໄດ້ປະກາດ, ເປີດສະຫຼອງ ຫຼື ເລີ່ມລົງມືກໍ່ສ້າງບັນດາກິດຈະກຳຕ່າງໆ…. ຕີລາຄາກ່ຽວກັບໝາກຜົນແຫ່ງການຢ້ຽມຢາມຄັ້ງນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມກວາງວີງ ເວົ້າວ່າ:
“ຜ່ານການພົບປະແລກປ່ຽນຄັ້ງນີ້, 2 ຝ່າຍໄດ້ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ແລະ ມີຄວາມຕັດສິນໃຈມານະພະຍາຍາມເພີ່ມພຸມຄຸນສ້າງຄວາມສາມັກຄີແບບພິເສດ, ນ້ຳໃຈມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ. ຜ່ານການເຄື່ອນໄຫວຢ້ຽມຢາມຄັ້ງນີ້ ພວກເຮົາສາມາດເຫັນໄດ້ວ່າບໍ່ພຽງແຕ່ການນຳຂັ້ນສູນກາງເທົ່ານັ້ນ, ຫາກບັນດາຜູ້ນຳກະຊວງ, ຂະແໜງການ, ບັນດາທ້ອງຖີ່ນ ແລະ ປະຊາຊົນທຸກຊັ້ນວັນນະລ້ວນແຕ່ສະແດງອາລົມຈິດສະໜິດຕິດພັນຕໍ່ຫວຽດນາມ, ແລະ ຖືນີ້ແມ່ນຊັບສົມບັດອັນລ້ຳຄ່າເຊິ່ງ 2 ຝ່າຍຄວນປົກປັກຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ລຸ້ນຄົນຕໍ່ໆໄປ”