ການລົງທຶນວິທະຍາສາດເຕັກໂນໂລຢີ“ປຸກລຸກ“ຄວາມສາມາດບົ່ມຊ້ອນເຂດພູດອຍທາງພາກເໜືອ

ການລົງທຶນວິທະຍາສາດເຕັກໂນໂລຢີ“ປຸກລຸກ“ຄວາມສາມາດບົ່ມຊ້ອນເຂດພູດອຍທາງພາກເໜືອ - ảnh 1
ນຳ​ວິ​ທະ​ຍາ​ສາດ​ເຂົ້າ​ຊີ​ວິດ​ຕົວ​ຈິງ
(ພາບ​ປະ​ກອບ)


(vovworld) - ເຂດ​ພູດ​ອຍທາງ​ພາກ​ເ​ຫນືອ ​ໄດ້​ຮັບ​ການ​ກຳນົດ​ວ່າ ​ແມ່ນ​ເຂດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ​ກະ​ສີ​ກຳ, ຕົ້ນ​ໄມ້​ອຸດສາຫະກຳ​ໄລຍະ​ຍາວ… ຍ້ອນ​ເຫດ​ນັ້ນ​ໃນ​ຊຸມ​ປີຜ່ານມາ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ໄດ້​ສົມທົບ​ກັບ​ຫຼາຍ​ກະຊວງ, ຂະ​ແໜງ​ການ​ປະຕິບັດ​ລາຍການ “ກໍ່ສ້າງ​ຮູບ​ແບບ​ໝູນ​ໃຊ້ ​ແລະ ຖ່າຍ​ທອດ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ເຂດ​ຊົນນະບົດ ​ແລະ ​ເຂດ​ພູດ​ອຍ​ໄລຍະ 2010-2015“. ລາຍການ​ນີ້ ​​ໄດ້​ສ້າງ​ຜົນງານ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ເຂດ​ຊົນນະບົດ, ​ເຂດ​ພູດ​ອຍ, ​ເຮັດ​ໃຫ້​ຊ່ອງ​ວ່າງ​ຄວາມ​ຮັ່ງມີ ​ແລະ ທຸກ​ຍາກລະຫວ່າງ​ເຂດ​ພູດ​ອຍ ​ແລະ ​ເຂດ​ທົ່ງພຽງ, ລະຫວ່າງ​ເຂດ​ຊົນນະບົດ​ ​ແລະ ​ເຂດ​ຕົວ​ເມືອງ​ຫຼຸ​ດຜ່ອນລົງ. ຕາມ​ທ່ານ ​ເຈິ່ນວັນ​ຕຸ່ງ, ລັດຖະມົນຕີຊ່ວຍ​ວ່າການກະຊວງວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ​ແລ້ວ, ​ເພື່ອ​ປະກອບສ່ວນ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າແຮງ​ຂອງ​ເຂດ, ຕ້ອງ​ມີ​ການ​ກຳນົດ​ທິດ ​ແລະ ມາດ​ຕະການ​ລະອຽດ​ໃນ​ການ​ເສີມ​ຂະຫຍາຍ​ກຳລັງບົ່ມ​ຊ້ອນ​ດ້ານ ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ​​ຂອງ​ແຕ່ລະ​ທ້ອງ​ຖີ່​ນ, ​ແຕ່ລະ​ເຂດ. ດັ່ງ​ນັ້ນ​ບັນດາ​ນັກວິທະຍາສາດ​ຄວນ​ສ້າງ​ຮູບ​ແບບ​ ຢືນຢັນ​ຂັ້ນ​ຕອນກ່ຽວ​ກັບ​ການ​ລ້ຽງ​ສັດ​ໂຕ​ໃດ, ປູກ​ຕົ້ນ​ໄມ້​ປະ​ເພດ​ໃດ​​ໃຫ້ມີ​ຜະລິດ​ຕະພັນ​ໄດ້​ດີ, ສຳ​ພັດ​ກັບ​ຕະຫຼາດ​ໄດ້, ​ຮັບປະກັນ​ພັດທະນາ​ພະ​ລິດ​ຕະພັນ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ