ການວາງລະເບີດສະຫຼະຊີບຢູ່ປາກິດສະຖານເຮັດໃຫ້ຫຼາຍຄົນເສຍຊີວິດແລະຮັບບາດເຈັບ

ການວາງລະເບີດສະຫຼະຊີບຢູ່ປາກິດສະຖານເຮັດໃຫ້ຫຼາຍຄົນເສຍຊີວິດແລະຮັບບາດເຈັບ - ảnh 1
ຍາດ​ຕິ​ພີ່​ນ້ອງ​ຂອງ​ຜູ້​ຊາຍ​ຄົນ​ນີ້​ຖືກ​ເສຍ​ຊີ​ວິດ​ໃນ​ການ​ວາງ​ລະ​ເບີ​ດ​ສະຫຼະ​ຊີບ
(ພາບ: Reuters)

(vovworld) – ວັນ​ທີ 2/11, ແຫຼ່ງ​ຂ່​າວ​ຂອງ​ຕຳຫຼວດ​ຢູ່​ແຂວງ Punjab ຂອງ ປາ​ກິດ​ສະ​ຖານ ໃຫ້​ຮູ້​ວ່າ: ຢ່າງ​ໜ້ອ​ຍ​ມີ 55 ຄົນ​ເສຍ​ຊີ​ວິດ ແລະ ກ່​ວາ 120 ຄົນ​ຮັບ​ບາດ​ເຈັບ​ໃນ​ການ​ວາງ​ລະ​ເບີດ​ສະຫຼະ​ຊີບ​ເກີດ​ຂຶ້ນ​ໃນ​ວັນ​ດຽວ​ກັນ​ຢູ່​ດ່ານ​ຊາຍ​ແດນ​ກັບ ອິນ​ເດຍ. ຫົວ​ໜ້າ​ຕຳຫຼວດ​ແຂວງ Punjab, ທ່ານ Mushtaq Ahmad Sukhera, ໃຫ້ຮູ້​ວ່າ: ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ໄດ້​ກະ​ທຳ​ຢູ່​ບ່ອນ​ເຕົ້າ​ໂຮມ​ປະ​ຊາ​ຊົນ​ທີ່​ພວມ​ກັບ​ເມືອ​ບ້ານ​ພາຍຫຼັງ​ເຂົ້າ​ຮ່ວມ​ພິ​ທີ​ເຄົາ​ລົບ​ທຸງຢູ່​​ເຂດຊາຍ​ແດນ Wagah, ໃກ້​ກັບ​ນະ​ຄອນ​ທາງ​ພາກ​ຕາ​ເວັນ​ອອກ Lahore. ກຳ​ລັງ ຕາ​ລີ​ບານ ຢູ່ ປາ​ກິດ​ສະ​ຖານ ຍອມ​ຮັບ​ໄດ້​ດຳ​ເນີນ​ເຫດ​ການ​ວາງ​ລະ​ເບີດ​ສະຫຼະ​ຊີບນີ້. ເຫດ​ການ​ດັ່ງ​ກ່າວ​ໄດ້​ຮັບ​ການ​ປະ​ຕິ​ບັດ​ເພື່ອ​ໂຕ້​ຕອບບັ້​ນ​ຮົບ​ຂອງກອງ​ທັບ ປາ​ກິດ​ສະ​ຖານ ແນ່​ໃສ່​ທະ​ຫານ​ກະ​ບົດ ຢູ່​ບັນ​ດາ​​ເຂດ​ກົກ​ເຫຼົ່າ​​ລຽບ​ຕາມ​ຜ່ານ​ເຂດ​ຊາຍ​ແດນ ອາບ​ກາ​ນິ​ດ​ສະ​ຖານ.


ຂ່າວ/ບົດ​ອື່ນ