ການວາງລະເບີດເກີດຂຶ້ນໃນທົ່ວປະເທດ ອີຣັກ

ການວາງລະເບີດເກີດຂຶ້ນໃນທົ່ວປະເທດ ອີຣັກ - ảnh 1
ພາບປະກອບ

(vovworld) – ​ຕຳຫຼວດ ອີຣັກ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 13/7, ຢ່າງ​ໜ້ອຍ​ສຸດ​ມີ 27 ຄົນ​ເສຍ​ຊີວິດ ​ແລະ 77 ຄົນ​ຮັບ​ບາດ​ເຈັບ​ໃນ​ບັນດາ​ການ​ຈາລະ​ຈົນ​ໃນ​ທົ່ວ​ປະ​ເທດ ອີຣັກ, ​ໃນ​ນັ້ນ ມີ​ການວາງ​ລະ​ເບີດ​ຢູ່​ໂບດ ອິດສະ​ລາມ​ແຫ່ງ​ໜຶ່ງ​ຂອງ ຊາວ Sunni ຢູ່​ນະຄອນຫຼວງ ​ແບກ​ແດດ. ຕອນ​ຄຳ​່ວັນ​ທີ 13/7, ມີ​ລະ​ເບີດ​ລູກ​ໜຶ່ງ​ໄດ້​ແຕກ​ຂຶ້ນ​ຢູ່​ແຄມ​ທາງ​ ​ໃກ້​ກັບ​ໂບດ Alid bin Alwalead ຢູ່​ເຂດ Dora, ທາງ​ພາກ​​ໃຕ້​ຂອງ​ນະ​ຄອນ​ຫຼວງ ​ແບກ​​ແດດ ​ເຮັດ​​ໃຫ້​ຢ່າງ​ໜ້ອຍ​ສຸດ 13 ຄົນ​ເສຍ​ຊີວິດ ​ແລະ 30 ຄົນ​ຮັບ​ບາດ​ເຈັບ. ຢູ່​ນະຄອນ​ເກົ່າ Madain ​ໃກ້​ກັບ​ນະຄອນຫຼວງ ​ແບກ​​ແດດ​​ໄປທາງ​ທິດ​​ໃຕ້​ປະມານ 30 ກມ, ມີ​ລູກ​ລະ​ເບີດ​ລູກ​ໜຶ່ງ​ແຕກ​ຢູ່​ແຄມ​ທາງກໍ່​ເຮັດ​​ໃຫ້​ຢ່າງ​ໜ້ອຍ​ສຸດ 2 ຄົນ​ເສຍ​ຊີວິດ ​ແລະ 3 ຄົນ​ຮັບ​ບາດ​ເຈັບ. ​ແລະ​ກໍ່​ໃນ​ຕອນ​ຄຳ່​ວັນ​ທີ 13/7, ​​ຢ່າງ​ໜ້ອຍ​ສຸດ 4 ຄົນ​ເສຍ​ຊີວິດ ​ແລະ 13 ຄົນ​ຮັບ​ບາດ​ເຈັບ ​ໃນ​ການວາງ​ລະ​ເບີດ​ລົດ​ໂອ​ໂຕ​ສະຫຼະ​ຊີບ​ແນ່​ໃສ່​ພິທີ​ສົ່ງສະການ​ຢູ່​ບ້ານ Zahra, ຫ່າງ​ຈາກ​ນະຄອນຫຼວງ ​ແບກ​ແດດ​ໄປ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ປະມານ 75 ກມ. ປະຈຸ​ບັນ, ບໍ່​ມີ​ອົງການ​ໃດກ່າວ​ຮັບຜິດຊອບ​ກ່ຽວ​ກັບ​ການ​ບຸ​ກ​ໂຈມ​ຕີ​ຄັ້ງ​ຕ່າງໆ​ດັ່ງ​ ກ່າວ​ເທື່ອ, ​ແຕ່​ນີ້​ແມ່ນ​ຮູບ​ແບບ​ການ​ບຸກ​ໂຈມ​ຕີ​ໂດຍ Al Qaeda ຢູ່ ອີຣັກ ດຳ​ເນີນ​ເປັນ​ຕົ້ນ. ​ໃນ​ 3 ວັນ​ຜ່ານ​ມາ, ​ໃນ​ທົ່ວ​ປະ​ເທດ ອີຣັກ ມີ 120 ຄົນ​ເສຍ​ຊີວິດ ​ແລະ ກ່ວາ 200 ຄົນ​ຮັບ​ບາດ​ເຈັບ​ຍ້ອນ​ກະ​ແສ​ຟອງ​ການ​ໃຊ້​ຄວາມ​ຮຸ​ນ​ແຮ​ງ.

ຂ່າວ/ບົດ​ອື່ນ