ການວາງລະເບີດໃສ່ວິຫານອິດສະລາມຢູ່Nigeriaເຮັດໃຫ້ຫລາຍຄົນຖືກເສຍຊີວິດແລະບາດເຈັບ

ການວາງລະເບີດໃສ່ວິຫານອິດສະລາມຢູ່Nigeriaເຮັດໃຫ້ຫລາຍຄົນຖືກເສຍຊີວິດແລະບາດເຈັບ - ảnh 1
ສະ​ຖານ​ທີ່​ຖືກວາງ​ລ​ະ​ເບີດ
ພາບ:baomoi.com

(vovworld)-  ​ອົງ​ການ​ສະ​ພາ​ວະ​ສຸກ​ເສີນ​ແຫ່ງ​ຊາດ Nigeria ໃຫ້​ຮູ້​ວ່າ: ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ຫນ້ອຍ​ສຸດ 20 ຄົນ ແລະ ອີກ 90 ຄົນ​ຖືກ​ບາດ​ເຈັບ​ໃນ​ເຫດ​ວາງ​ລະ​ເບີດ​ໃສ່​ວິ​ຫານ​ອິດ​ສະ​ລາມ​ເມື່ອ​ວັນ​ທີ 28/12 ຢູ່ ນ​ະ​ຄອນ Maiduguri ພາກ​ເຫນືອ​ຂອງ​ປະ​ເທດນີ້. ເຫດ​ວາງ​ລະ​ເບີດ​ດັ່ງ​ກ່າວ​ເກີດ​ຂຶ້ື້ນ​ພາຍ​ຫລັງ​ ​ເກີດ​ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ​ ລະ​ຫວ່າງກອງ​ທັບ Nigeria ກັບ​ກຳ​ລັງ​ທະ​ຫານ​ກະ​ບົດ Boko Haram ທາງ​ທິດ​ຕາ​ເວັນ​ຕົກ Maiduguri ເມືອງ​ເອກ ລັດ  Borno ມື້​ຫນຶ່ງ. ປະ​ຈຸ​ບັນ ເຈົ້າ​ຫນ້າ​ທີ່​ປະ​ເທດນີ້ ພວມ​ສືບ​ສວນ​ເຫດ​ວາງ​ລະ​ເບີ​ດ​ດັ່ງ​ກ່າວ ແລະ ຍັງ​ບໍ່​ທັນ​ມີ​ອົງ​ການ​ໃດ​ອອກ​ສຽງ​ຍອມ​ຮັບ​ໄດ້​ກໍ່​ໃຫ້​ເກີດ​ເຫດ​ວາງ​ລະ​ເບີດ​ດັ່ງ​ກ່າວ. ​ໃນ​ຂະ​ນະ​ນັ້ນ ຢູ່ ບ້ານ Dawari, ບັນ​ດາ​ມື​ປືນ Boko Haram ໄດ້​ບຸກ​ໂຈມ​ຕີ ແລະ ເຂັ່ນ​ຂ້າ​ປະ​ຊາ​ຊົນ​ຫລາຍ​ຄົນ, ໃນ​ນັ້ນ ມີ​ນາຍ​ບ້ານ​ພ້ອມ​ກັບ​ລູກ​ຂອງ​ທ່ານ 10 ຄົນ.

 

 

ຂ່າວ/ບົດ​ອື່ນ