ການສົນທະນາ ASEM ຄັ້ງທີ 6 ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳ ແລະ ພັດທະນາແບບຍືນຍົງ

(VOVWORLD) -ການສົນທະນາ ASEM 6 ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳ ແລະ ພັດທະນາແບບຍືນຍົງດ້ວຍຫົວຂໍ້ “ ຄຸ້ມຄອງແຫຼ່ງນ້ຳເພື່ອການພັດທະນາແບບຍືນຍົງ ” ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 25 ຕຸລາ ຢູ່ທີ່ແຂວງຈຳປາສັກຂອງລາວ
    ການສົນທະນາ ASEM ຄັ້ງທີ 6 ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳ ແລະ ພັດທະນາແບບຍືນຍົງ - ảnh 1ການສົນທະນາເວທີປາໄສຮ່ວມມືອາຊີ-ເອີລົບ ASEM ຄັ້ງທີ 6 

ເຂົ້າຮ່ວມການສົນທະນາມີຜູ້ແທນ 135 ຄົນທີ່ມາຈາກບັນດາປະເທດສະມາຊິກ ASEM ພ້ອມກັບບັນດາເຈົ້າໜ້າທີ່ລັດຖະບານ, ນັກຮຽນຮູ້….    ກ່າວຄຳເຫັນທີ່ການສົນທະນາ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຫງວຽນບ້າຮຸ່ງໄດ້ຢືນຢັນວ່າ ຫວຽດນາມຖືເປັນສຳຄັນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນບັນດາກົນໄກຮ່ວມມືສາກົນ ແລະ ພາກພື້ນກ່ຽວກັບການຄຸ້ມຄອງແຫຼ່ງນ້ຳແບບຍືນຍົງ. ຫວຽດນາມແບ່ງປັນຄວາມຫວັງຂອງບັນດາປະເທດແຄມແມ່ນ້ຳຂອງ, ເປີດກ້ວາງການພົວພັນຄູ່ຮ່ວມມືກັບ EU ແລະບັນດາປະເທດແຄມແມ່ນ້ຳ Danube ໂດຍຜ່ານກົນໄກສົນທະນາ, ບັນດາຂໍ້ລິເລີ່ມ ແລະ ບັນດາໂຄງການຮ່ວມມືລະອຽດ.  ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຫງວຽນບ້າຮຸ່ງ ໄດ້ສະເໜີບາງຂໍ້ສະເໜີແນະ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວ ແລະ ຍົກລະດັບການປະກອບສ່ວນຂອງການສົນທະນາເຂົ້າໃນຄວາມມານະພະຍາຍາມລວມເພື່ອຮັບມືກັບສິ່ງທ້າທາຍໃນການຄຸ້ມຄອງແຫຼ່ງນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ