ການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນເສົາຄ້ຳບຸລິມະສິດໃນການພົວພັນ 2 ຝ່າຍຫວຽດນາມ-ຝລັ່ງ

ການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນເສົາຄ້ຳບຸລິມະສິດໃນການພົວພັນ 2 ຝ່າຍຫວຽດນາມ-ຝລັ່ງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ
​ຕ້ອນ​ຮັບ​​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສ.ຝ​ລັ່ງ Bertrand Lortholary
(ພາບ: TTXVN)


(vovworld) - ​ຕອນ​ບ່າຍ​ວັນ​ທີ 28/02, ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ ໄດ້​ໃຫ​້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສ.ຝ​ລັ່ງ Bertrand Lortholary ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຕາມ​ພິ​ທີ​ທາງການ​ທູດ ເນື່ອງ​ໃນ​ໂອ​ກາດ​ມາ​ຮັບ​ໜ້າ​ທີ່​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ຢືນ​ຢັນ​ວ່າ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິ​ດ​ສ​ືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ບຸ​ລິ​ມະ​ສິດ​ໃນ​ການ​ພົວ​ພັນ 2 ຝ່າຍ ແລະ ຍາມ​ໃດລັດ​ຖະ​ບານ​ຫວຽດ​ນາມ ​ກໍ​່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຝ​ລັ່ງ ​ເຂົ້າມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ 2 ປະ​ເທດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຈຸດ​ສຸມ​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ, ພະ​ລັງ​ງານ, ສາ​ທາ​ລະ​ນະ​ສຸກ…. ດ້ວຍ​ການ​ໜູນ​ຊ່ວຍ​ທຶນ ODA ຂອງ​ຝ​ລັ່ງ.

        ສ່ວນ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ Bertrand Lortholary ໃຫ້​ຮູ້​ວ່າ, ຍາມ​ໃດ​ຝ​ລັ່ງ​ ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ຫຼາຍ​ຂົງ​ເຂດ; ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ລົງ​ນາມ ແລະ ຜັນ​ຂະ​ຫຍາຍ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - ອີ​ຢູ (EVFTA) ໂດຍ​ໄວ. ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ Bertrand Lortholary ຢືນ​ຢັ​ນ​ວ່າ, ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຫວຽດ​ນາມ - ຝ​ລັ່ງ, ປະ​ກອ​ບ​ສ່ວນ​ນຳ​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ​ສືບ​ຕໍ່​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ.


ການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນເສົາຄ້ຳບຸລິມະສິດໃນການພົວພັນ 2 ຝ່າຍຫວຽດນາມ-ຝລັ່ງ - ảnh 2
(ທ່ານ​ ຫງວຽນ​ທ​້ຽນ​ເຍີນ ກ່​ໍ​ໄດ້​ໃຫ້​ການ​​ຕ້ອນ​ຮັບ ທ່ານ​ Bertrand Lortholary)

ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ 28/02, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ​້ຽນ​ເຍີນ ກ່​ໍ​ໄດ້​ໃຫ້​ການ​​ຕ້ອນ​ຮັບ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ Bertrand Lortholary ເຊັ່ນ​ດຽວ​ກັນ. ທີ່​ການ​ຕ້ອນ​ຮັບ ທ່ານ​ຫງວຽນ​ທ້ຽນ​ເຍີນ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ຝ​ລັ່​ງ ຈະ​ເປີດ​ບັນ​ດາ​ທິດ​ທາງ​ບາດ​ກ້າວໃໝ່​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ສຳ​ຄ​ັນ, ໂດຍ​ສະ​ເພາະ​ແມ່ນ​​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ.

ຂ່າວ/ບົດ​ອື່ນ