ກ​ານ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ

(VOVWORLD) -  ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດຕາມທິດດຸ່ນດຽງ, ຍືນຍົງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ກ​ານ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ  ແລະ ທ່ານຮອງນາຍົກລັດຖະມົນຕີ Choo Kyung-ho

ຕອນບ່າຍວັນທີ 22 ມິຖຸນາ, ທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງເສດຖະກິດການເງິນ ສ.ເກົາຫຼີ Choo Kyung-ho, ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ໄດ້ສະແດງຄວາມພາກພູມໃຈເມື່ອໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ Choo Kyung-ho, ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດຕາມທິດດຸ່ນດຽງ, ຍືນຍົງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ລັດຖະບານ ຫວຽດນາມ ສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ມາລົງທຶນ ແລະ ເປີດກວ້າງຂອບເຂດການລົງທຶນຢູ່ ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດບຸລິມະສິດ ຄື: ພັດທະນາພື້ນຖານໂຄງລ່າງ, ຜະລິດອຸປະກອນເອເລັກໂຕນິກເຕັກໂນໂລຢີສູງ, ເຄື່ອງຊັກນຳ, ຂໍ້ມູນໃຫຍ່, ເຕັກໂນໂລຢີຊີວະຊາດ, ຕົວເມືອງອັດສະລິຍະ, ເອົາໃຈໃສ່ເຖິງການຖ່າຍທອດເຕັກໂນໂລຢີຫຼັກແຫຼ່ງເປັນສຳຄັນ. ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີ ສ.ເກົາຫຼີ ສ້າງເງື່ອນໄຂສະດວກ, ໂຍະຍານບັນດາມາດຕະການເຕັກນິກກ່ຽວກັບສຸຂະອະນາໄມດ້ານອາຫານ ແລະ ກັກກັນພະຍາດສັດ ພຶກສາຊາດ ເພື່ອຊຸກຍູ້ການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳທີ່ເປັນທ່າແຮງຂອງ ຫວຽດນາມ ໄປຍັງຕະຫຼາດສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ