ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັ​ນ ລາ​ຊະ​ອາ​ນາ​ຈັກອັງ​ກິດ ແລະ ອຽກ​ລັງ​ເໜືອ​ກ່ຽວ​ກັບ​ກ​ານ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ

(VOVWORLD) - ບົດບັນທຶກຊ່ວຍຈຳໄດ້ກຳນົດບັນດາຫຼັກການລວມ, ເປົ້າໝາຍ, ຂອບເຂດ ແລະ ຮູບແບບການຮ່ວມມື, ການໜູນຊ່ວຍຂອງກະຊວງການຕ່າງປະເທດ, ກະຊວງດຳເນີນທຸລະກິດ, ພະລັງງານ ແລະ ຍຸດທະສາດອຸດສາຫະກຳ (ສະຫະພັນ ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ) ສຳລັບຫ້ອງວ່າການລັດຖະບານ ຫວຽດນາມ.
ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັ​ນ ລາ​ຊະ​ອາ​ນາ​ຈັກອັງ​ກິດ ແລະ ອຽກ​ລັງ​ເໜືອ​ກ່ຽວ​ກັບ​ກ​ານ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ - ảnh 1ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ແລະ ທ່ານ Gareth Ward ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສະຫະພັນ ລາຊະອານາຈັກອັງກິດ ແລະ ອຽກລັງເໜືອປະຈຳ ຫວຽດນາມ ລົງນາມໃນບົດບັນທຶກຊ່ວຍຈຳ (ພາບ: VGP) 

ວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ສົມທົບກັບກະຊວງການຕ່າງປະເທດ, ກະຊວງດຳເນີນທຸລະກິດ, ພະລັງງານ ແລະ ຍຸດທະສາດອຸດສາຫະກຳ (ສະຫະພັນ ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ) ລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມືກ່ຽວກັບການປະຕິຮູບລະບຽບການບໍລິຫານໂດຍມີທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ແລະ ທ່ານ Gareth Ward ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສະຫະພັນ ລາຊະອານາຈັກອັງກິດ ແລະ ອຽກລັງເໜືອປະຈຳ ຫວຽດນາມເປັນສັກຂີພິຍານ.

        ບົດບັນທຶກຊ່ວຍຈຳໄດ້ກຳນົດບັນດາຫຼັກການລວມ, ເປົ້າໝາຍ, ຂອບເຂດ ແລະ ຮູບແບບການຮ່ວມມື, ການໜູນຊ່ວຍຂອງກະຊວງການຕ່າງປະເທດ, ກະຊວງດຳເນີນທຸລະກິດ, ພະລັງງານ ແລະ ຍຸດທະສາດອຸດສາຫະກຳ (ສະຫະພັນ ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ) ສຳລັບຫ້ອງວ່າການລັດຖະບານ ຫວຽດນາມ, ໃນການປະຕິບັດການປະຕິຮູບລະບຽບການບໍລິຫານບົນພື້ນຖານຄວາມເໝາະສົມກັບພາລະບົດບາດໜ້າທີ່ ແລະ ສິດອຳນາດຂອງທຸກຝ່າຍ, ກົດໝາຍແຫ່ງຊາດ ແລະ ບັນດາມາດຕາຂອງສົນທິສັນຍາສາກົນ. ບົດບັນທຶກຊ່ວຍຈຳນີ້ມີຜົນສັກສິດຈົນຮອດເດືອນມີນາ 2021.

ຕອບກັບ

ຂ່າວ/ບົດ​ອື່ນ