ການຮ່ວມມືຫວຽດນາມ-ເຢັຍລະມັນບັນລຸຜົນງານຕັ້ງໜ້າຫຼາຍຢ່າງ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ
(ພາບປະກອບ)
(vovworld) - ຕອນບ່າຍວັນທີ 5/11, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບທ່ານ Boris Rhein, ລັດຖະມົນຕີກະຊວງວິທະຍາສາດ ແລະ ສິລະປະລັດ Hessen, ປະເທດເຢັຍລະມັນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ, ຍາມໃດຫວຽດນາມ ກໍ່ຖືການສຶກສາ ແລະ ວິທະຍາສາດເຕັກໂນໂລຢີແມ່ນລັດຖະນະໂຍບາຍອັນດັບໜຶ່ງ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງລັດ Hessen ແລະ ຫວຽດນາມ ໃນໄລຍະຜ່ານມາ. ທ່ານຢືນຢັນວ່າ, ຫວຽດນາມ ຈະສ້າງທຸກເງື່ອນໄຂໃຫ້ບັນດາວິສາຫະກິດເຢັຍລະມັນເວົ້າລວມ ແລະ ວິສາຫະກິດລັດ Hessen ເວົ້າສະເພາະ ລົງທຶນ, ດຳເນີນທຸລກິດຢູ່ຫວຽດນາມ ແລະ ຫວັງວ່າ ສະພາແຫ່ງຊາດ, ລັດຖະບານ ເຢັບລະມັນ ກໍ່ຄືລັດ Hessen ຈະສືບຕໍ່ເອົາໃຈໃສ່ ແລະ ຍູ້ແຮງການຮ່ວມມືກັບຫວຽດນາມ ໃນທຸກຂົງເຂດກວ່າອີກ.
ສ່ວນທ່ານ ລັດຖະມົນຕີ Boris Rhein ກໍ່ສະແດງຄວາມເຊື່ອໝັ້ນວ່າ, ຫວຽດນາມ ຈະສືບຕໍ່ພັດທະນາ ແລະ ບັນລຸໄດ້ຜົນງານທາງດ້ານເສດຖະກິດ - ສັງຄົມໃຫ້ຫຼາຍກວ່າອີກ ແລະ ມີຖັນແຖວແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບສູງໃນອະນາຄົດ.