ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນ​ຟູ໋ຈ້ອງ

ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນ​ຟູ໋ຈ້ອງ - ảnh 1
( ພາບ : http://thanhtra.com.vn/ )

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 82 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ ພັກ​ກອມມູນິດ​ຫວຽດນາມ (ຄື​ວັນ​ທີ 3/2/1930 – 3/2/2012) ​ແລະ ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ, ປີ​ມະ​ໂຣງ 2012, ຕອນ​ບ່າຍ​ວັນ​ທີ 19/1, ທ່ານ​ເລຂາ​ທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ ອະດີດ​ເລຂາທິການ​ໃຫຍ່ ຫງວຽນ​ວັນ​ກື່ ຢູ່​ແຂວງ​ບັກ​ນິນ, ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ອະດີດ​ເລຂາທິການ​ໃຫຍ່ ພັກ​ກອມູນິດ​ຫວຽດນາມ ​ເຈື່ອງ​ຈິງ, ອະດີດ​ເລຂາທິການ​ໃຫຍ່ພັກ​ກອມູນິດ​ຫວຽດນາມ ​ເລຢວັນ, ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາອະດີດ​ເລຂາທິການ​​ໃຫຍ່ພັກ​ກອມູນິດ​ຫວຽດນາມ ຫງວຽນ​ວັນ​ລິນ​ ຢູ່​​ແຂວງຮື​ງອຽນ.

ຢູ່​ແຂວງ​ບັກ​ນິນ, ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ​ໄດ້​ປູກ​ຕົ້ນ​​ໄມ້ທີ່ລະນຶກ​ ​ໃນ​ບໍລິ​ເວັນ​ເຂດອະນຸສອນ​ສະຖານ ອະດີດ​ເລຂາທິການ​ໃຫຍ່ ຫງວຽນ​ວັນ​ກື່. ​ເຊິ່ງ​ແມ່ນກິດຈະກຳ​​ພວມ​ໄດ້​ຮັບ​ການ​​ກໍ່ສ້າງ​ຢ່າງ​ຮີບ​ດ່ວນ​ເພື່ອ​​ສຳ​ເລັດ​ການ​ກໍ່ສ້າງ​ໃນ​ຈຸດ​ເວລາ​ສະ​ເຫຼີ​ມສະຫຼອງ 100 ປີແຫ່ງ​ຄ້າຍວັນ​ເກີດ​ຂອງ​ອະດີ​ດ​ເລຂາທິການ​ໃຫຍ່ ຫງວຽນ​ວັນກື່.

​​ເມື່ອໄປຖະຫວາຍທູບ​ທຽນ​ອາ​ໄລ​ຫາ ອະດີ​ດ​ເລຂາ​ທິການ​ໃຫຍ່ ​ເຈືອງ​ຈິງ, ອະດີ​ດ​ເລຂາທິການ​ໃຫຍ່ ​ເລ​ຢວຍ ຢູ່​​ເຮືອນ​ສ່ວນ​ຕົວ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ຂໍ​ອວຍພອນ​ໃຫ້​ຍາດຕິ​ພີ່ນ້ອງ​ຂອງ​ບັນດາ​ອະດີດ​ເລຂາທິການ​ໃຫຍ່, ປີ​ໃໝ່​ມີ​ສຸຂະພາບ​ເຂັ້ມ​ແຂງ, ສືບ​ຕໍ່ເສີມ​ຂະ​ຫຍາ​ຍມູນ​ເຊື້ອ​ສະຫງ່າ​ງາມຂອງຄອບຄົວ, ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ​ໃນ​ການ​ຮ່ຳຮຽນ ​ແລະ ໜ້າ​ທີ່​ການ​ງານຂອງ​ຕົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ສ້າງສາ, ພັດທະນາ​ບ້ານ​​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ.

ທີ່​ແຂວງ​ຮື​ງອຽນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ໄດ້​ຢ້ຽ​ມຊົມ, ຊອກ​ຮູ້​ບັນດາ​ວັດ​ຖຸພັນ, ​ເອກະສານ​ກ່ຽວ​ກັບ​ຊີວິດ​ ​ແລະ ພາລະກິດ ຂອງ​ທ່ານ​ອະດີ​ດ​ເລຂາທິການ​ໃຫຍ່ ຫງວຽນ​ວັນ​ລິນ.

ຂ່າວ/ບົດ​ອື່ນ