(vovworld) - ໃນຂອບເຂດການຢ້ຽມຢາມສ.ເຢຍລະມັນ ຢ່າງເປັນທາງການ, ຕອນຄໍ່າວັນທີ 12/03, ຕາມເວລາຫວຽດນາມ; ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດລັດ Hessen, Norbert Kartmann ແລະ ທ່ານຮອງຜູ້ວ່າການລັດ Hessen, Joerg Uwe Hahn. ຢູ້ທີ່ນີ້, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ເນັ້ນໜັກວ່າ: ຫວຽດນາມ ຖືເປັນຄຳຄັນການພົວພັນຮ່ວມມືກັບລັດ Hessen, ສູນເສດຖະກິດ - ການເງິນ ແລະ ການສຶກສາອັນດັບໜຶ່ງຢູ່ເຢຍລະມັນ ແລະ ເອີລົບ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຫວັງວ່າ ການນຳ, ບັນດາສະມາຊິກສະພາລັດ Hessen ສືບຕໍ່ສະໜັບສະໜູນການພັດທະນາການພົວພັນລະຫວ່າງຫວຽດນາມ - ເຢຍລະມັນ ເວົ້າລວມ ແລະ ລະຫວ່າງຫວຽດນາມ - ລັດ Hessen ເວົ້າສະເພາະ ແລະ ສະເໜີໃຫ້ອຳນາດການປົກຄອງລັດ Hessen ສືບຕໍ່ສົ່ງເສີມ, ໜູນຊ່ວຍບັນດາວິສາຫະກິດຂອງລັດ Hessen ມາລົງທຶນດຳເນີນທຸລະກິດຢູ່ຫວຽດນາມ ກໍຄືສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ເຄື່ອນໄຫວຢ່າງມີປະສິດທິຜົນຢູ່ລັດ Hessen, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນວ່າ ຍາມໃດຫວຽດນາມ ກໍສະໜັບສະໜູນ, ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ບັນດາວິສາຫະກິດເຢຍລະມັນ ເວົ້າລວມ ແລະ ລັດ Hessen ເວົ້າສະເພາະ ມາລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ຍາວນານ ແລະ ໝັ້ນຄົງຢູ່ຫວຽດນາມ, ກໍຄືສະໜັບສະໜູນບັນດາທ້ອງຖິ່ນຂອງ 2 ປະເທດຮໍ່າຮຽນ, ແບ່ງປັນບົດຮຽນໃນຂົງເຂດຕ່າງໆ ເຊິ່ງຕ່າງຝ່າຍຕ່າງມີທ່າແຮງ.
ສ່ວນທ່ານປະທານສະພາແຫ່ງຊາດລັດ Hessen, Norbert Kartmann ແລະ ທ່ານຮອງຜູ້ວ່າການລັດ Hessen, Joerg Uwe Hahn ກໍໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ສ້າງທຸກເງື່ອນໄຂສະດວກທີ່ສຸດໂດຍຜ່ານກົນໄກ ແລະ ມາດຕະການຢ່າງລະອຽດ ເພື່ອໃຫ້ວິສາຫະກິດຫວຽດນາມ ແລະ ລັດ Hessen ຊຸກຍູ້ການລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ.
ແລະກໍໃນຕອນຄໍ່າວັນທີ 12/03, ທ່ານປະທານສະພາແຫ່ງຊາດຫວຽນຊິງຮຸ່ງ ແລະ ສະມາຊິກໃນຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ເດີນທາງອອກຈາກ Frankfurt ເພື່ອໄປຍັງ Beclin, ສືບຕໍ່ການຢ້ຽມຢາມ ສ.ເຢຍລະມັນ ຢ່າງເປັນທາງການ.