ການເຄື່ອນໄຫວຂອງລັດຖະມົນຕີການຕ່າງປະເທດຫວຽດນາມຟ້າມບິ່ງມີງຢູ່ນິວຢອກ
ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມີງ
ພາບ:internet
|
(vovworld)- ວັນທີ 26/9/2013, ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມີງ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ບໍ່ເປັນທາງການ (IAMM) ຈັດຕັ້ງຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 68 ຢູ່ ນິວຢອກ ສະຫະລັດອາເມລິກາ ເພື່ອກະກຽມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 23 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຈະດຳເນີນແຕ່ວັນທີ 8-9/10/2013 ຢູ່ ບຣູໄນ. ທ່ານ ຟ້າມບີ່ງມີງ ເນັ້ນຫນັກວ່າ: ປີ 2013 ອາຊຽນ ບັນລຸໄດ້ໝາກຜົນສຳຄັນຫລາຍຢ່າງ, ໃນນັ້ນ ມີການປັບປຸງຄວາມສາມັກຄີ ແລະ ບົດບາດໃຈກາງຂອງອາຊຽນໃນບັນດາບັນຫາຄວາມໝັ້ນຄົງ ແລະ ພັດທະນາຢູ່ພາກພື້ນກໍຄືເພີ່ມທະວີການສົມທົບທີ່ບັນດາເວທີປາໄສສາກົນ, ພິເສດໃນຂອບເຂດ ສປຊ. ໃນວັນດຽວກັນ, ທ່ານລັດຖະມົນຕີ ຟ້າມບີ່ງມີງ ເຂົ້າຮ່ວມກອງປະຊຸມລະຫວ່າງບັນດາລັດຖະມົນຕີ ອາຊຽນ ກັບເລຂາທິການໃຫຍ່ ສປຊ ແລະ ປະທານກອງປະຊຸມສະມັດຊາໃຫຍ່ ສປຊ ເພື່ອສຳຫລວດກວດຄືນ ແລະ ປຶກສາຫາລືການຊຸກຍູ້ການຮ່ວມມື ອາຊຽນ - ສປຊ, ໃນນັ້ນ ມີການຜັນຂະຫຍາຍການພົວພັນຮ່ວມມືຮອບດ້ານລະຫວ່າງສອງຝ່າຍຊື່ງສ້າງຂຶ້ນເມື່ອປີ 2011.