ການເຄື່ອນໄຫວຕ້ອນຮັບບຸນປີໃໝ່ ປີມະເສງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ

ການເຄື່ອນໄຫວຕ້ອນຮັບບຸນປີໃໝ່ ປີມະເສງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 1
ປະຊາ​ຄົມ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ລາວ, ໄທ
ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ປີ​ໃໝ່
(ພາບ: chinhphu.vn)

(vovworld) – ວັນ​ທີ 2/2, ການ​ເຄື່ອນ​ໄຫວ​ຕ້ອນຮັບ​ບຸນປີ​ໃໝ່ ປີ​ມະ​ເສ​ງ ຖືກ​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ. ຕອນ​ຄຳ່​ວັນ​ທີ 2/2, ຢູ່ Jakarta, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ ປະຈຳ ອິນ​ໂດ​ເນ​ເຊຍ ຫງວຽນ​ຊວນ​ຖູ​ຍ, ​ໄດ້​ສຳ​ຫຼວດກວດຄືນ​ຜົນງານ​ທຸກ​ດ້ານ ​ເຊິ່ງຫວຽດນາມ​ ບັນລຸ​ໄດ້​ໃນ​ປີ 2012, ພ້ອມ​ທັງ​ແຈ້ງ​ບັນດາ​ຄາດໝາຍ ​ເຊິ່ງລັດຖະບານ​ຫວຽດນາມ ວາງ​ອອກ​ໃນ​ປີ 2013, ​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ແຜນ​ນະ​ໂຍບາຍ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຂອງ​ພັກ ​ແລະ ລັດ.​ໃນ​ວັນ​ດຽງ​ກັບ, ສະຖານກົງສູນ​ຫວຽດນາມ​ ປະຈຳ Sydney, ​ປະ​ເທດ​ອົດ​ສະ​ຕາ​ລີ, ກໍ່​ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ ປີ​ມະ​ເສ​ງ 2013 ​ເຊັ່​ນດຽວ​ກັນ.

ຢູ່​ລາວ, ຕອນ​ຄ່ຳ​ວັນ​ທີ 2/2, ປະຊາ​ຄົມ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ລາວ, ຜູ້ຕາງໜ້າ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ແຂວງອຸດອນ, ​ແລະ ໜອງ​ຄາຍ ​ຂອງ​ໄທ, ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ປີ​ໃໝ່. ທ່ານ ຫວູຊວນ​ຈິ໋ນ, ປະທານ​ສະມາຄົມ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ໄທ, ​ແບ່ງປັນ​ວ່າ:

”ຂ​້າພະ​ເຈົ້າ​ຫວັງ​ວ່າ​ບັນດາ​ແຂວງ​ທີ່​ມີ​ຊາວ​ຫວຽດນາມ​ອາ​ໄສ ກໍ່​ຄື​ໃນ​ທົ່ວ​ໂລກ ຈົ່ງ​ມີ​ຄວາມ​ສາມັກຄີ​ກັນໃຫ້​ເປັນ​ປຶກ​ແຜ່ນ ​ໂດຍ​ບໍ່​ຈຳ​ແນ​ກຜູ້​ເຖົ້າ ຜູ້​ໜຸ່ມ, ຜູ້​ຍິ່ງ ຜູ້​ຊາຍ, ຜູ້​ຮັ່ງມີ ຜູ້​ທຸກ​ຍາກ, ຫຼື​ສາສະໜາ. ພ້ອມ​ທັງ​ປາຖະໜາ​ວ່າ​ເສດຖະກິດ​ຂອງ​ຫວຽດນາມ​ ຈະ​ພັດທະນາ​ຍິ່ງ​ຂຶ້ນ, ​ແລະ ພັກ​ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມ​ແຂງ, ກ້າວ​ຂຶ້ນ​ຢ່າງ​ໝັ້ນຄົງ ​ເພື່ອ​ນຳ​ຫວຽດນາມ​ ກ້າວ​ຂຶ້ນ​ຕາມ​ເສັ້ນທາງ​ທີ່​ລຸງໂຮ່ ​ໄດ້​​ເລືອກ​ເຟັ້ນ”.

​ເຈືອ​ຈານ​ໃນ​ບັນຍາກາດ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ຫວຽດນາມ, ສະຖານທູດ​ຫວຽດນາມ ປະຈຳກາ​ນາ​ດາ ​ແລະ ອີ​ຕາ​ລີ ກໍ່​ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນ​ກັບ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ປະ​ເທດ​ເຫຼົ່າ​ນັ້ນ.



ຂ່າວ/ບົດ​ອື່ນ