ການເຄື່ອນໄຫວຕ່າງໆຂອງປະທານກຳມາທິການກົດລະບຽບສະພາຕໍ່າອາເມລິກາ ຢູ່ຫວຽດນາມ

ການເຄື່ອນໄຫວຕ່າງໆຂອງປະທານກຳມາທິການກົດລະບຽບສະພາຕໍ່າອາເມລິກາ ຢູ່ຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ຕ້ອນຮັບ​
ປະທານກຳມາ​ທິ​ການກົດ​ລະບຽບສະພາ​ຕໍ່າ​ອາ​ເມ​ລິ​ກາ
( ພາບ: chinhphu.vn )


(vovworld) -     ຕອນ​ບ່າຍ​ວັນ​ທີ 6/8, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານກຳມາ​ທິ​ການກົດ​ລະບຽບສະພາ​ຕໍ່າ​ອາ​ເມ​ລິ​ກາ David Dreier ທີ່​ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ຕີ​ລາຄາ​ສູງ​ເລື່ອງ ທ່ານ​ປະທານກຳມາ​ທິ​ການກົດ​ລະບຽບສະພາ​ຕໍ່າ​ອາ​ເມ​ລິ​ກາ David Dreier ​ສະໜັບສະໜູນ​ເລື່ອງ​ມອບ​ກົດ​ລະບຽບດ້ານ​ການ​ຄ້າ​ປົກກະຕິຕະຫຼອດ​ໄປ (PNTR) ​ໃຫ້​ແກ່​ຫວຽດນາມ, ຊ່ວຍຫັນ​ການ​ພົວພັນ​ດ້ານ​ເສດ​ຖະກິດ - ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ເປັນ​ປົກກະຕິຢ່າງ​ສົມ​ບຸນ. ທ່ານຮອງ​ນາຍົກລັດຖະມົນຕີ Hoang Trung Hai ປາດ​ຖະໜາ​ວ່າ ທ່ານ​ປະທານກຳມາ​ທິ​ການກົດ​ລະບຽບສະພາ​ຕໍ່າ​ອາ​ເມ​ລິ​ກາ David Dreier ສືບ​ຕໍ່​ສະໜັບສະໜູ​ນການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ສອງ​ສະພາ​ແຫ່ງ​ຊາດ, ສະໜັບສະໜູນ​ການຮັບ​ຮູ້​ກົດ​ລະບຽບ​ເສດຖະກິດ​ການ​ຕະຫຼາດ​ໃຫ້​ແກ່​ຫວຽດນາມ​ ໂດຍ​ໄວ, ສະ​ຫງວນ​ລະບອບ​ບຸລິມະສິດ​ດ້ານ​ພາສີ​​ໃຫ້​ແກ່​ຫວຽດນາມ ກໍ່​ຄື​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ແລກປ່ຽນ​ສິນຄ້າ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ປະທານກຳມາ​ທິ​ການກົດ​ລະບຽບສະພາ​ຕໍ່າ​ອາ​ເມ​ລິ​ກາ David Dreier ​ໄດ້​ຢືນ​ຢັນ​ວ່າ ຈະ​ສືບ​ຕໍ່​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື, ພິ​ເສດ​​ແມ່ນໃນ​ຂົງ​ເຂດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ David Dreier ກໍ​ເນັ້ນ​ໜັກ​ເຖິງ​ກາລະ​ໂອກາດ​ເພື່ອ​ເປີດ​ກວ້າງ, ​ເຮັດ​ໃຫ້​ສາຍ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ອາ​ເມ​ລາ​ກາ - ຫວຽດນາມ​ ​ເລິກ​ເຊິ່ງຂຶ້ນ​ຕື່ມ ​ໃນ​ສະພາບ​ທີ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ ພວມ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ສ້າງຕັ້ງ​ປະຊາ​ຄົມ​ອາ​ຊຽນ ​ແລະ ​​ແງ່​ຫວັງ​ຂອງ​ສັນຍາຄູ່​ຮ່ວມ​ມື​ເສດຖະກິດລະຫວ່າງບັນດາປະເທດໃນພາກພື້ນປາຊີ​ຟິກ (TPP).

        ​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan ​ໄດ້​ໃຫ້ການ​ຕ້ອນຮັບ​ ທ່ານ​ປະທານກຳມາທິ​ການກົດ​ລະບຽບສະພາ​ຕໍ່າ​ອາ​ເມ​ລິ​ກາ David Dreier. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan ​ໄດ້​ຢືນຢັນ​ແນວ​ທາງ​ການຕ່າງປະ​ເທດ​ຂອງ​ຫວຽດນາມ ​ແມ່ນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນການ​ພົວ​ພັນ​ເປັນຝ່າຍ, ຫຼາຍ​ຮູ​ບຫຼາຍ​ແບບ, ຫວຽດນາມ​ ​ເປັນ​ເພື່ອນມິດ, ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ແມ່ນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາຄົມໂລກນ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຢ່າງຕັ້ງໜ້າ. ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ສອງ​ສະພາ​ແຫ່ງ​ຊາດ, ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan ​ໄດ້​ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ສອງ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ຍູ້​ແຮງ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ກວ່າ​ອີກ ພ້ອມ​ກັນ​ນັ້ນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ກຳມາທິ​ການ​ໃນ​ຂົງ​ເຂດ​ນິຕິ​ບັ​ນຍັດ, ຕິດຕາມ​ກວດກາ, ຜ່ານ​ນັ້ນ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ສອງ​ສະພາ​ແຫ່ງ​ຊາດ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຈົ້າ​ໃຈ, ສ້າງ​ຄວາມ​ໄວ້​ເນື້ອ​​ເຊື່​ອ​ໃຈ ​ແລະ ຫຼຸດຜ່ອນ​ຄວາມ​ແຕກ​ຕາງ​ກັນ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ