ການເຄື່ອນໄຫວຕ່າງໆຂອງປະທານປະເທດເຈືອງເຕີນຊາງໃນການຢ້ຽມຢາມສະຫະພັນເຢຍລະມັນຢ່າງເປັນທາງການ

ການເຄື່ອນໄຫວຕ່າງໆຂອງປະທານປະເທດເຈືອງເຕີນຊາງໃນການຢ້ຽມຢາມສະຫະພັນເຢຍລະມັນຢ່າງເປັນທາງການ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ
​ພົບ​ປະ​ກັບ​ບັນ​ດາ​ເພື່ອນ​ມິດ​ເຢຍ​ລະ​ມັນ
(ພາບ: TTXVN)

(vovworld) - ​ ​ຕອນ​ຄ່ຳ​ວັນ​ທີ 24/11, ທ່ານ​ປະ​ທານ​ປະ​ເທດ ເຈ​ືອງ​ເຕີນ​ຊາ​ງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ໄປ​ຮອດ​ສະ​ໜາມ​ບິ​ນ Berlin Tegel, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ​ສາ​ທາ​ລະ​ນະ​ລັດ​ສະ​ຫະ​ພັນ​ເຢຍ​ລະ​ມັນ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທີ​ບໍ​ດີ Joachim Gauck, ໃນ​ລະ​ຫວ່າງວັນ​ທີ 24 – 26/11.

      ພາຍ​ຫຼັງ​ມາ​ຮ​ອດ Berlin, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ມີ​ການ​ພົບ​ປະ​ກັບ​ບັນ​ດາ​ເພື່ອນ​ມິດ​ເຢຍ​ລະ​ມັນ. ທີ່​ການ​ພົບ​ປະ, ທ່ານ​ປະ​ທານ​ປະ​ເທດ ຖື​ວ່າ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ເຢຍ​ລະ​ມັນ ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ​ໃນ​ທຸກ​ຂົງ​ເຂດ. ການ​ພົວ​ພັນ​​ດ້ານ​ການ​ເມືອງ - ການ​ທູດ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ຢ່າງສູງ; ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ໄດ​້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ບຸກ​ທະ​ລຸ ແລະ ກາຍ​ເປັນ​ເສົ້າ​ຄ້ຳ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢືນ​ຢັນ​ວ່າ.

      “ຍາ​ມ​ໃດ​ພວກ​ຂ້າ​ພະ​ເຈົ້າ​ກໍ​ຢືນ​ຢັນ​ວ່າ ປະ​ເທດ​ເຢຍ​ລະ​ມັ​ນ ປະ​ຈຸ​ບັນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ຍິ່ງ​ຂອງ​ພວກ​ຂ​້າ​ພະ​ເຈົ້າ​ຢູ່​ເອີ​ລົບ. ດ້ວຍ​ມູນ​ເຊື້ອ​ການ​ພົວ​ພັນ​ອັນ​ດີ​ງາມ, ຜ່ານ​ບັນ​ດາ​ການ​ຮ່ວມ​ມື​ໃນ​ປະ​ຈຸ​ບັນ, 2 ປະ​ເທດ​ໄດ້​ຕົກ​ລົງ​ກ້າວ​ໄປ​ເຖ​ິງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ, ບັນ​ດາ​ເພື່ອນ​ຈະ​ສືບ​ຕໍ່​ເພີ່​ມ​ພູນ​ຄຸນ​ສ້າງກາ​ນ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ເຢຍ​ລະ​ມັນ ແລະ ຫວຽດ​ນາມ ເພື່ອ​ໃຫ້ 2 ປະ​ເທດ​​ພ້ອມ​ກັນ​ພັດ​ທະ​ນາ, ພ້ອມ​ກັນ​ມີ​ຄວາມ​ວັດ​ທະ​ນາ​ຖາ​ວອນ”.

      ແລະ​ກ​ໍ​ໃນ​ວັນ​ທີ 24/11, ທ່​ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄ​ດ້​ມີ​ການ​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ແລະ ນັ​ກ​ສຶກ​ສາ​ຫວຽດ​ນາມ ພວມ​ດຳ​ລົງ​ຊີວ​ິດ ແລະ ຮ່ຳ​ຮ​ຽ​ນ​ຢູ່​ເຢຍ​ລະ​ມັນ. ທີ່​ການ​ໂອ້​ລົ​ມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ເນັ້ນ​ໜັກເຖິງ​ບັນ​ດາ​ຜົນ​ງານ​ເຊິ່ງ​​ຫວຽດ​ນາມ ​ຍາດ​ມາ​ໄດ​້ ເຊິ່ງ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັ​ນ​ຂອງ​ປະ​ຊາ​ຄົມ​ຊ​າວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ​່າງ​ປະ​ເທດ, ໃນ​ນັ້ນ​ມີ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຢຍ​ລະ​ມັນ. ທ່ານ​ປະ​ທານ​ປະ​ເທດ ຢືນ​ຢັນ​ວ່າ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຢຍ​ລະ​ມັນ ແມ່​ນ​ພາກ​ສ່ວນ​ໜຶ່ງ​ທີ່ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຊາດ​ຫວຽດ​ນາມ ໄດ້. ທ່ານ​ປະ​ທານ​ປະ​ເທດ​ປາດ​ຖະ​ໜາ​ວ່າ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຢຍ​ລະ​ມັນ ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ສາ​ມັກ​ຄີ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ຢ່າງ​ສຸດ​ໃຈ, ຮັກ​ສາ​ມູນ​ເຊື້ອ ແລະ ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ໄວ້.

ຂ່າວ/ບົດ​ອື່ນ