ການເຄື່ອນໄຫວຕ່າງໆມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2017)
ການເຄື່ອນໄຫວຕ່າງໆມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1 (ພາບປະກອບ: tienphong.vn)

ຕອນບ່າຍວັນທີ 20 ກໍລະກົດ, ພົນໂທ ເລືອງເກື່ອງ, ກຳມະການຜູ້ປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ມອບຂອບຂວັນໃຫ້ບັນດານັກຮົບເຈັບປ່ວຍຢູ່ສູນປິ່ນປົວບຳລຸງສຸຂະພາບຜູ້ທີ່ມີຄຸນງາມຄວາມດີແຂວງຟຸ໋ທໍ້. ຢູ່ທີ່ນີ້, ພົນໂທ ເລືອງເກື່ອງ ຢືນຢັນວ່າ, ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະ ທົ່ວສັງຄົມ ຍາມໃດກໍ່ເອົາໃຈໃສ່, ປະຕິບັດວຽກງານຕອບບຸນແທນຄຸນຕໍ່ບັນດາທະຫານເຈັບປ່ວຍ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ປະຕິບັດນະໂຍບາຍແນວຫຼັງກອງທັບ.

        ວັນທີ 20 ກໍລະກົດ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ເລີມດົ່ງ, ໄດ້ຈັດການພົບປະສ່ວນບຸກຄົນ, ຜູ້ຕາງໜ້າຄອບຄົວທີ່ດີເດັ່ນທີ່ມີຄຸນງາມຄວາມດີຕໍ່ການປະຕິວັດໃນປະຊາຄົມບັນດາເຜົ່າສ່ວນນ້ອຍແຂວງເລີມດົ່ງ ຄັ້ງທີ 2, ປີ 2017. ຢູ່ທີ່ນີ້, ຜູ້ຕາງໜ້າຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເລີມດົ່ງ ໄດ້ຮັບຮອງບຸນຄຸນບັນດາບຸກຄົນ, ຄອບຄົວດີເດັ່ນທີ່ມີນຄຸນງານຄວາມດີຕໍ່ການປະຕີວັດ...

        ແລະກໍ່ໃນວັນດຽວກັນ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງບິ່ງເຢືອງ, ໄດ້ດຳເນີນພິທີໄວ້ອາໄລ, ປົງ 4 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນ - ນັກຮົບເສຍສະຫຼະຊີວິດເພື່ອຊາດ.

        ແລະເນື່ອງໃນໂອກາດນີ້, ໃນຕອນຄ່ຳວັນທີ 20 ກໍລະກົດ, ສູນກາງສະມາຄົມນັກສຶກສາຫວຽດນາມ, ໜັງສືພິມ ຕວຍແຈ (ໄວໜຸ່ມ) ໄດ້ສົມທົບກັບຄະນະຊາວໜຸ່ມແຂວງກວາງຈິ້ ຈັດລາຍການສະແດງສີລະປະ “ໄວໜຸ່ມຫວຽດນາມ - ເລື່ອງລາວສັນຕິພາບ”. ສ່ວນຢູ່ແຊວງແທງຮ໋ວາ ກໍໄດ້ຈັດງານມະໂຫລານໂຄສະນາ, ແນະນຳປື້ມດ້ວຍຫົວຂໍ້ວ່າ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”.

ຕອບກັບ

ຂ່າວ/ບົດ​ອື່ນ