ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ,ທ້ອນໂຮມປະເທດຊາດເປັນເອກະພາບ

(VOVWORLD) - ຕອນບ່າຍວັນທີ 30 ເມສາ, ຄະນະແຂ່ງຖີບລົດຖີບແຕ່ເໜືອຮອດໃຕ້ປະເທດ ຫວຽດນາມ ຈະເດີນທາງຮອດຫໍປະຊຸມ ທົ໋ງເຍີດ...
ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ,ທ້ອນໂຮມປະເທດຊາດເປັນເອກະພາບ - ảnh 1 ພາບປະກອບ

ຕອນເຊົ້າວັນທີ 30 ເມສາ, ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີຊຸມນຸມມິດຕິງ ແລະ ສະແດງສິລະປະສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2018).

        ຕອນບ່າຍວັນທີ 30 ເມສາ, ຄະນະແຂ່ງຖີບລົດຖີບແຕ່ເໜືອຮອດໃຕ້ປະເທດ ຫວຽດນາມ ຈະເດີນທາງຮອດຫໍປະຊຸມ ທົ໋ງເຍີດ. ຕອນຄ່ຳວັນດຽວກັນ, ຢູ່ສວນສາທາລະນະອະນຸສອນສະຖານປະທານໂຮ່ຈີມິນ ໃນຖະໜົນທາງຍ່າງ ຫງວຽນເຫ້ວ ໄດ້ຈັດຕັ້ງລາຍການສະແດງສິລະປະພິເສດເພື່ອຮັບໃຊ້ປະຊາຊົນ.

        ກ່ອນໜ້ານັ້ນ, ວັນທີ 29 ເມສາ, ເຂດປູຊະນີຍະສະຖານ ກິມລຽນ, ເມືອງ ນາມດ່ານ, ແຂວງເງະອານ ໄດ້ຕ້ອນຮັບແຂກທ່ອງທ່ຽວນັບພັນໆຄົນເຂົ້າໄວ້ອາໄລປະທານໂຮ່ຈີມິນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ.

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ,ທ້ອນໂຮມປະເທດຊາດເປັນເອກະພາບ - ảnh 2 ປະຊາຊົນໄປຢ້ຽມຢາມເຂດປູຊະນີຍະສະຖານ ກິມລຽນ

        ກໍ່ເນື່ອງໃນໂອກາດນີ້, ຕອນບ່າຍວັນທີ 28 ເມສາ, ສະຖານທູດ ຫວຽດນາມ ປະຈຳ ຈີນ ຢູ່ນະຄອນຫຼວງ ປັກກິ່ງ, ສະຖານທູດ ຫວຽດນາມ ກໍ່ໄດ້ຈັດຕັ້ງລາຍງານສະແດງສິລະປະ ແລະ ພົວພັນແລກປ່ຽນ, ແຂ່ງຂັນກິລາ ດ້ວຍການເຂົ້າຮ່ວມຂອງສະຖານທູດ ສປປ ລາວ ປະຈຳ ຈີນ…

ຕອບກັບ

ຂ່າວ/ບົດ​ອື່ນ