ການເຄື່ອນໄຫວມິດຕະພາບຫວຽດນາມ - ລາວ ດຳເນີນໄປ ຢ່າງຟົດຟື້ນ

ການເຄື່ອນໄຫວມິດຕະພາບຫວຽດນາມ - ລາວ ດຳເນີນໄປ ຢ່າງຟົດຟື້ນ - ảnh 1
( ງານສັງສັນມິດຕະພາບປະຊາຊົນຫວຽດນາມ - ລາວ ຄັ້ງທີ່ 3 )

(vovworld) – ​ ​ໃນ​ຊຸມ​ວັນ​ນີ້, ຢູ່​ຫວຽດນາມ ​ແລະ ລາວ ພວມ​ເຄື່ອນ​ໄຫວ​ບັນດາ​ການ​ເຄື່ອນ​ໄຫວ​ສາມັກຄີມິດຕະພາບ ​ແລະ ການ​ຮ່ວມ​ມື. ​ໃນ​ສັບ​ປະດາວັດທະນະທຳ​ຫວຽດນາມ ປະຈຳ​ລາວ ​ແລະ ຊຸມ​ວັນ​ວັດທະນະທຳ​ຢູ່​ລາວ​ປະຈຳ​ຫວຽດນາມ ​ໄດ້​ດຳ​ເນີນ​ໄປ​ພ້ອມ​ກັນ​ແຕ່​ວັນ​ທີ 16 – 21/7. ພ້ອມ​ກັນ​ນັ້ນ​ແມ່ນງານ​ມະ​ໂຫລານ​ສາມັກຄີ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ຄັ້ງ​ທີ 3 ຢູ່​ຮ່າ​ໂນ້ຍ, ນິງບິ່ງ ​ແລະ ຕວຽນ​ກວາງ ​ແຕ່​ວັນ​ທີ 15 – 21/7. ​ໃນ​ຂະນະ​ນັ້ນ, ຕອນ​ຄໍ່າ​ວັນ​ທີ 17/7, ຢູ່​ໂຮງ​ນະຄອນ​ໃຫຍ່ (​ຮ່າ​ໂນ້ຍ), ​ໄດ້​ດຳ​ເນີນ​ລາຍການ​ສິລະ​ປະ, ​ໄຂ​ສັບ​ປະດາ​ວັດທະນະທຳ​ລາວ​ຢູ່​ຫວຽດນາມ. ນະ​ທີ່​ນີ້, ບັນ​ດານັກ​ສິ​ລະ​ປິນ​ໄດ້​ສະ​ແດງ​ບັນດາ​ລາຍການ​ຮອງ​ເພງ, ຟ້ອນ​ຍ້ອງຍໍ​ປະ​ເທດ​ຊາດ ​ແລະ ບ້ານ​ເກີດ​ເມືອງ​ນອນ​ຄື: ນະຄອນ​ວຽງ​ຈັນ​ທີ່​ສວຍ​ງາມ, ສາມັກຄີ​ມິດຕະພາບ​ລາວ - ຫວຽດນາມ … ບັນດາ​ລາຍການ​ຟ້ອນ​ຄື: ຕ້ອນຮັບ​ແສງຕາ​ເວັນ, ຊາຍ​ຍິງ​ເຜົ່າ​ເມຍ, ດຶງ​ໃຍ…

​ໃນ​ຂອບ​ເຂດ “ສັບ​ປະດາວັດທະນະທຳ​ລາວ ຢູ່​ຫວຽດນາມ” ​ແຕ່​ວັນ​ທີ 15 – 21/7 ຍັງ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ຄື ງານ​ວາງສະ​ແດງວິຈິດ​ຕະກຳ, ສາຍ​ຟີ້ມຮູບ​ຫງົາລາວ, ງານ​ວາງສະ​ແດງ​ຮູບ​ພາບ​ໂຄສະນາ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວລາວ ​ແລະ ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ລາວ - ຫວຽດນາມ.

ຂ່າວ/ບົດ​ອື່ນ