(ພາບປະກອບ:baoapbac.vn)
(vovworld)- ຢູ່ຫວຽດນາມ, ພວມຈັດການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 65 ປີແຫ່ງວັນປະທານໂຮ່ຈິມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ-ວັນມູນເຊື້ອແຂ່ງຂັນຮັກຊາດ (11/6/1948-11/6/2013). ວັນທີ 11/6, ວິທະຍຸກະຈາຍສຽງຫວຽດນາມ ໄດ້ອອກອາກາດລາຍການພິເສດກ່ຽວກັບຫົວເລື່ອງແຂ່ງຂັນຮັກຊາດ ຊື່ງວາດພາບຂະບວນການແຂ່ງຂັນຮັກຊາດກ່ອນນີ້ 65 ປີໂດຍປະທານໂຮ່ຈິມິນ ລິເລີ່ມ, ຍົກສູງຄວາມໝາຍ, ຄຸນປະໂຫຍດອັນໃຫ່ຍຫຼວງຂອງຂະບວນການແຂ່ງຂັນຮັກຊາດ ເຊິງໄດ້ປະກອບສ່ວນສ້າງດປັນປະຫວັດສາດຂອງຍຸກສະໄໝໂຮ່ຈິມິນ. ໃນລາຍການນີ້, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຄັດສະເໜີບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ, ປະທານສະພາແຂ່ງຂັນຍ້ອງຍໍສູນກາງ, ຊື່ງຮຽກຮ້ອງຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດ ແລະ ປະຕິບັດວຽກງານແຂ່ງຂັນຍ້ອງຍໍບັນດາແບບຢ່າງດີເດັ່ນໃນຂະບວນການແຂ່ງຂັນຮັກຊາດໃນໄລຍະຈະມາເຖິງເປັນຢ່າງດີ:
“ຂ້າພະເຈົ້າສະເໜີໃຫ້ບັນດາຄະນະ, ຂະແໜງການ, ໝູ່ຄະນະ, ທ້ອງຖິ່ນຕ່າງໆຕ້ອງສືບຕໍ່ເສີມຂະຫຍາຍໝາກຜົນຂອງວຽກງານແຂ່ງຂັນຮັກຊາດ, ຕ້ອງພິຈາລະນາຢ່າງແໜ້ນແຟ້ນ, ຊັດເຈນ ແລະ ຍ້ອງຍໍໂດຍທັນທີ່. ເອົາໃຈໃສ່ເຖິງການຍ້ອງຍໍໂດຍບັງເອີນ ແລະ ຕາມຫົວເລື່ອງ, ລົງເລິກເຂົ້າພຶດຕິກຳຕົວຈິງຫຼາຍກ່ວາອີກ, ມີບັນດາຮູບການແທດຈິງເພື່ອລະດົມກຳລັງໃຈບັນດາແບບຢ່າງແຂ່ງຂັນຮັກຊາດນັ້ນຢ່າງທັນການ”.
ຕອນເຊົ້າວັນທີ 11/6, ຢູ່ຮ່າໂນ້ຍ, ຄະນະແຂ່ງຂັນຍ້ອງຍໍສູນກາງ ໄດ້ຈັດການສະເຫຼີມສະຫຼອງ 65 ປີແຫ່ງວັນປະທານໂຮ່ຈິມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ-ວັນມູນເຊື້ອແຂ່ງຂັນຮັກຊາດ ແລະ ພົບປະສ້າງສັນກັບບັນດາລຸ້ນປະຕິບັດວຽກງານແຂ່ງຂັນຍ້ອງຍໍຜ່ານແຕ່ລະໄລຍະ. ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານປະເທດຫງວຽນທິຢວານ ເນັ້ນໜັກວ່າ:
“ແນວຄິດໂຮ່ຈິມິນ ກ່ຽວກັບການແຂ່ງຂັນຮັກຊາດຈະແມ່ນຂໍ້ກຸນແຈຕະຫຼອດໄປ, ແມ່ນແສງສະຫວ່າງນຳພາພວກເຮົາກ່ຽວກັບວິທີການຈັດຕັ້ງ, ຂົນຂວາຍທຸກໆກຳລັງເຂົ້າຮ່ວມຂະບວນການແຂ່ງຂັນ. ຖັນແຖວປະຕິບັດວຽກງານແຂ່ງຂັນຕ້ອງຮູ້ປຸກລະດົມຂະບວນການແຂ່ງຂັນເປັນປະຈຳ, ແທດຈິງ, ຮູ້ນຳໃຊ້ວິທີການປຸກລະດົມຈັດຕັ້ງການແຂ່ງຂັນສັງຄົມນິຍົມຢ່າງມີຫົວຄິດປະດິດສ້າງ ແລະ ສືບຕໍ່ຂົນຂວາຍເພີ່ມເຕີ່ມ, ພັດທະນາແນວຄິດຂອງປະທານໂຮ່ຈິມິນ ກ່ຽວກັບການແຂ່ງຂັນຮັກຊາດໃນສະພາບການໃໝ່”.
ເຊີດຊູບັນດາແບບຢ່າງທີ່ລຽບງ່າຍແຕ່ສູງສົ່ງ
(ພາບປະກອບ:petrotimes.vn)
ພິທີມອບລາງວັນໃນການເສັງຂຽນກ່ຽວກັບ “ບັນດາແບບຢ່າງທີ່ລຽບງ່າຍແຕ່ສູງສົ່ງ” ຄັ້ງທີ 4 ແລະ ລາຍການພົບປະແລກປ່ຽນ ສະແດງສີລະປະ “ຮັກສາຄວາມໄວ້ເນື້ອເຊື່ອໃຈຕໍ່ລຸງໂຮ່” ໃນໂອກາດວັນມູນເຊື້ອແຂ່ງຂັນຮັກຊາດ ເຊິ່ງດຳເນີນໄປເມື່ອຕອນຄ່ຳວັນທີ 10/6 ຢູ່ຫໍພິພິຕະພັນໂຮ່ຈິມິນ. ຄະນະຈັດຕັ້ງໃຫ້ຮູ້ວ່າ: ໄດ້ຮັບນັບຮ້ອຍບົດຂຽນກ່ຽວກັບແບບຢ່າງດີເດັ່ນໃນຂົງເຂດຕ່າງໆຂອງຊີວິດສັງຄົມ, ປະກອບສ່ວນເຂົ້າພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໂດຍກົງ. ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນທ້ຽນເຍິນ, ຮອງນາຍົກລັດຖະມົນຕີຫວຽດນາມ ຖືວ່າ:
“ແຕ່ລະຄົນທີ່ລຽບງ່າຍຈົ່ງປະຕິບັດວຽກງານຂອງຕົນໃຫ້ເປັນຢ່າງດີ, ເຖິງວ່າເງື່ອນໄຂຍັງຄືແນວນັ້ນແຕ່ຕ້ອງເສີມຂະຫຍາຍໃຫ້ດີກ່ວາອີກ, ບັນລຸປະສິດທິຜົນດີກ່ວາອີກ ແລະ ພວກເຮົາຈະຮ່ຳຮຽນບັນດາຜູ້ທີ່ໄດ້ມີການປະກອບສ່ວນຄືແນວນັ້ນ. ບັນດາຜູ້ຂຽນໄດ້ປະກອບສ່ວນເຜີຍແຜ່ຄວາມເຊື່ອໝັ້ນຕໍ່ປະເທດຊາດ, ຕໍ່ພັກກອມມູນິດຫວຽດນາມ ໃນຕະຫຼອດ 83 ປີແຫ່ງນຳພາ”.