ການເຄື່ອນໄຫວສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ

(VOVWORLD) - ວັນທີ 18 ພຶດສະພາ, ຢູ່ວິຫານອາໄລຫາບັນດາເຈົ້າຊີວິດຮູ່ງ - ສວນສາທາລະນະປະຫວັດສາດວັດທະນະທຳຊົນເຜົ່າ, ເມືອງ 9, ນະຄອນ ໂຮ່ຈີມິນ, ຄະນະກຳມະການປະຊາຊົນນະຄອນໄດ້ຈັດຕັ້ງພິທີປຸກລະດົມ “ງານບຸນປູກຕົ້ນໄມ້ ຮູ້ບຸນຄຸນປະທານໂຮ່ຈີມິນ ຕະຫຼອດໄປ”. 
ການເຄື່ອນໄຫວສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ - ảnh 1 ງານບຸນບ້ານແຊນ

ພາຍຫຼັງພິທີປຸກລະດົມ, ການນຳນະຄອນ ແລະ ປະຊາຊົນເຂົ້າຮ່ວມການປູກຕົ້ນໄມ້ 300 ຕົ້ນໃນບໍລິເວນສວນສາທາລະນະປະຫວັດສາດວັດທະນະທຳຊົນເຜົ່າ, ຕາແສງ ລອງບີ່ງ, ເມືອງ 9. ປີນີ້, ນະຄອນ ໂຮ່ຈີມິນ ສູ້ຊົນປູກຕົ້ນໄມ້ປະເພດຕ່າງໆໃຫ້ໄດ້ 1 ລ້ານຕົ້ນ. ທ່ານ ເຈີ່ນວັນໄບ໋, ປະທານຄະນະກຳມະການປະຊາຊົນເມືອງ 9, ໃຫ້ຮູ້ວ່າ:

        “ນີ້ແມ່ນການເຄື່ອນໄຫວແທດຈິງ, ມີຄວາມໝາຍເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໂຮ່ຈີມິນ. ພ້ອມກັນນັ້ນກໍ່ແມ່ນວິທີເພື່ອໃຫ້ພວກເຮົາຮ່ຳຮຽນ ແລະ ປະຕິບັດຕາມເພິ່ນ. ນະຄອນພວມມຸ່ງໄປເຖິງການສ້າງຄຸນນະພາບໃນການດຳລົງຊີວິດທີ່ດີ, ດັ່ງນັ້ນ ການປຸກລະດົມການປູກຕົ້ນໄມ້ປົກປ້ອງສິ່ງແວດລ້ອມໃຫ້ປອດໃສນັບມື້ນັບແທດຈິງ ຕ້ອງໄດ້ຮັບການປະຕິບັດຢ່າງແທດເໝາະ, ມີປະສິດທິຜົນ.”

        ງານບຸນບ້ານແຊນ ປີ 2017, ສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 17 ພຶດສະພາ, ຢູ່ສະໜາມກິລາບ້ານແຊນ, ຕາແສງ ກິມລຽນ, ເມືອງ ນາມດ່ານ, ແຂວງ ເງະອານ.

        ກໍ່ເນື່ອງໃນໂອກາດນີ້, ໂຮງພິມຈຳໜ່າຍຖະແຫຼງຂ່າວ ແລະ ສື່ສານ ຫາກໍ່ພິມຈຳໜ່າຍຊຸດປຶ້ມລວມມີ 2 ເຫຼັ້ມ ນັ້ນແມ່ນ: ຄວາມໝາຍປະຫວັດສາດ ແລະ ຄຸນຄ່າຕົວຈິງຂອງ “ການປັບປຸງແບບແຜນເຮັດວຽກ” ແລະ “ບັນດາແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ”.

ຕອບກັບ

ຂ່າວ/ບົດ​ອື່ນ