ການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນ ທາງການທູດຫວຽດນາມ-ຝະລັ່ງ

ການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນ ທາງການທູດຫວຽດນາມ-ຝະລັ່ງ - ảnh 1

(ພາບ:vneconomy.vn)

(VOV)-ຕອນບ່າຍ​ທີ 17/12, ທ່ານ​ເຮືອ​ຫງອກ​ທ້ວນ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Benoit Paumier ກຳມະການ​ຮັບຜິດຊອບ​ປີ​ຝະລັ່ງ ຢູ່​ຫວຽ​ດນາມ ສັງກັດ​ກະຊວງ​ວັດທະນະ​ທຳ​ຝະລັ່ງ. ທ່ານ Benoit Paumier ​ໃຫ້​ຮູ້​ວ່າ: ຝະລັ່ງ ຈະ​ຈັດ​ລາຍການປີ​ຝະລັ່ງ ຢູ່​ຫວຽ​ດນາມ ຊື່​ງ​ໃນ​ນັ້ນມີ​ບັນດາ​ການ​ເຄື່ອນ​ໄຫວ​ສິລະ​ປະ-ວັດທະນະທຳຢູ່​ນະຄອນ​ໂຮ່ຈິ​ມິນ​ຄື: ງານ​ຕະຫຼາດນັດ​ອາຫານ​ການ​ກິນ​ຝະລັ່ງ-​ຫວຽດນາມ; ການສະ​ແດງ​ຂອງ​ວົງ​ດົນຕີ​ປະສານ​ສຽງ​ປາຣີ…

   ​  ປີ​ຝະລັ່ງ-​ຫວຽດນາມ ຖືກ​ຈັດ​ຂຶ້ນ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-​ຝະລັ່ງ ດ້ວຍ​ຈຸດ​ໝາຍ​ແນະນຳ​ບັນດາ​ປັດ​ໄຈ​ສຳຄັນ​ຂອງ​ປະຫວັດສາດ, ຂອງ​ມໍລະດົກ ​ແລະ ຂອງ​ມູນ​ເຊື້ອ​ສອງ​ປະ​ເທດ​ຝະລັ່ງ ​ແລະ ຫວຽດນາມ. ​  ປີ​ຝະລັ່ງ-​ຫວຽດນາມ ​ເພື່ອ​ແນ​ໃສ່ນຳ​ມາ​ເຊິ່ງ​ໄລຍະ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ເສດຖະກິດ​ກໍ່​ຄື​ວັດທະນະທຳ, ການ​ສຶກສາ, ວິທະຍາສາດ ​ແລະ ກິລາ.

ຂ່າວ/ບົດ​ອື່ນ