ການເຄື່ອນໄຫວສະເຫຼີມສະຫຼອງ126ປີຄົບຮອບວັນຄ້າຍວັນເກີດປະທານໂຮ່ຈີມິນ

ການເຄື່ອນໄຫວສະເຫຼີມສະຫຼອງ126ປີຄົບຮອບວັນຄ້າຍວັນເກີດປະທານໂຮ່ຈີມິນ - ảnh 1
(ພາບປະກອບ)

(vovworld) –​ ຕອນ​ຄ່ຳ​ວັນ​ທີ 17/5, ຢູ່ ບ້ານ​ແຊນ, ຕາ​ແສງ​ ກີມ​ລຽນ​, ເມືອງ​ ນາມ​ດ່ານ, ແຂວງ​ເງະ​ອານ​ໄດ້​ໄຂ ງານ​ບຸນ​ບ້ານ​ແຊນ ປີ 2016 ​ຂື້ນ. ​ງານ​ບຸນ​​ບ້ານ​ແຊນ ປີ 2016 ດຳ​ເນີນ​ແຕ່​ວັນ​ທີ 15-19/5 ດ້ວຍ​ການ​ເຄື່ອນ​ໄຫວ​ທີ່ ຟົດ​ພື້ນຫຼາຍ​ຢ່າງ ຢູ່ ເມືອງ​ນາມ​ດ່ານ​, ​ແຂວງ​ເງະ​ອານ, ​ອັນ​ໄດ້ດຶງ​ດູດ​​ການ​ເຂົ້າ​ຮ່ວມ ຂອງ​ປະ​ຊາ​ຊົນຢ່າງຫຼວງຫຼາຍ.  ນອກ​ຈາກ​ບັນ​ດາ​ພິ​ທີ​ກຳ​ອັນສົມ​ກຽດ​ເຊັ່ນ: ພິ​ທີ​ຖະ​ຫວາຍ​ທູບ​ທຽນ​ບູ​ຊາ, ​ພິ​ທີ​ແຈ້ງ​ຜົນ​ງານ​ຕໍ່ ປະ​ທານ​ໂຮ່​ຈີ​ມິນ… ກໍ່ຍັງ​ມີ​ງານ​​ປະ​ກວດ​ສຽງ​ເພງ​ບ້ານ​ແຊນ ໂດຍ​ມີ​ການ​ເຂົ້າ​ຮ່ວມ ຂອງ​ບັນ​ດາ​ຄະ​ນະ​ສີ​ລະ​ປະ​ມະ​ຫາ​ຊົນ ໃນ​ທົ່ວ​ແຂວງ; ສາຍ​ຮູບ​ເງົາ ກ່ຽວ​ກັບ​ຫົວ​ເລື່ອງ​ລຸງ​ໂຮ່; ງານ​ຕັ້ງ​ຄ້າຍ, ວາງ​ສະ​ແດງ​​ຮູບ​ພາບ, ຈັດ​ການ​ລະຫຼີນພື້ນ​ເມືອງ​, ປະ​ກວດ “​ນາງ​ງາມ ບຸນ​ບ້ານ​ແຊນ”, ​ປ່ອຍ​ວ່າວ.

ຂ່າວ/ບົດ​ອື່ນ