ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ27ກໍລະກົດ

(VOVWORLD) -ວັນທີ 25 ກໍລະກົດ, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ, ໄດ້ລົງຢ້ຽມຢາມ, ມອບຂອບຂວັນໃຫ້ຄອບຄົວແມ່ຫວຽດນາມ ວິລະຊົນ ເລືອງທິດິ້ງ (ຢູ່ຕາແສງ ດົງແທ້ງ) ເຊິ່ງມີຜົວ ແລະ ລູກແມ່ນນັກຮົບເສຍສະຫຼະຊີວິດເພື່ອຊາດ

ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ27ກໍລະກົດ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ,

ມອບຂອບຂວັນໃຫ້ຄອບຄົວແມ່ຫວຽດນາມ ວິລະຊົນ ເລືອງທິດິ້ງ

(ພາບ: TTXVN)

ມອບເຮືອນແຫ່ງສາຍຈິດມິດໃຈ 4 ຫຼັງ ແລະ ຂອງຂວັນ 30 ພູດ ໃຫ້ບັນດາຄອບຄົນນະໂຍບາຍດີເດັ່ນ, ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດຢູ່ບັນດາຕາແສງ ດົງແທກ, ດົງແທ່ງ, ເທດສະບານເມືອງ ບິ່ງມິງ, ແຂວງ ວິ້ງລອງ.

        ງານວາງສະແດງ “70 ປີແຫ່ງການຕອບບຸນແທນຄຸນ” ຖືກໄຂຂຶ້ນໃນຕອນຄ່ຳວັນທີ 25 ກໍລະກົດ, ຢູ່ສູນວັດທະນະທຳສິລະປະຫວຽດນາມ, ເພື່ອເຊີດຊູ, ຕອບບຸນແທນຄຸນບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ທີ່ໄດ້ອຸທິດເລືອດເນື້ອ, ເສຍສະຫຼະຊີວິດເພື່ອປົກປັກຮັກສາເອກະລາດ, ເສລີພາບໃຫ້ແກ່ປະເທດຊາດ. ກ່າວຄຳເຫັນທີ່ງານວາງສະແດງ, ທ່ານ ເວືອງຢຸຍບຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໃຫ້ຮູ້ວ່າ.

        “ນີ້ແມ່ນການເຄື່ອນໄຫວພົ້ນເດັ່ນເພື່ອແນະນຳເຖິງມະຫາຊົນທັງຫຼາຍຈິດໃຈຂອງພວກເຮົາແມ່ນ ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ ແລະ ຕອບບຸນແທນຄຸນບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ກໍຄືຜູ້ທີ່ໄດ້ເສຍສະຫຼະເລືອດເນື້ອໃຫ້ແກ່ເອກະລາດ, ເສລີພາບຂອງປະເທດຊາດ. ງານວາງສະແດງໄດ້ເຕົ້າໂຮມທັງພາບຖ່າຍທີ່ແທດຈິງກ່ຽວກັບການປະກອບສ່ວນຂອງບັນດານັກຮົບໃນຕະຫຼອດສົງຄາມ 2 ຄັ້ງ. ນອກຈາກການສາຍຟິມຮູບເງົາ, ສະແດງວັດທະນະທຳສີລະປະ, ງານວາງສະແດງແລ້ວ, ຍັງຈັດຕັ້ງກອງປະຊຸມສຳມະນາເຊີດຊູບັນດາບົດປະພັນ, ບັນດານັກສິລະປິນທີ່ໄດ້ແຕ່ງເພງກ່ຽວກັບຫົວຂໍ້ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດອີກດ້ວຍ”.

        ຕອນບ່າຍວັນທີ 25 ກໍລະກົດ, ຢູ່ເມືອງ ທູດຶກ, ນະຄອນໂຮ່ຈິມິນ, ໄດ້ໄຂລາຍການ “ຮ້ອງເພງກ່ຽວກັບໄລຍະສົງຄາມທີ່ດຸເດືອດ”. ການເຄື່ອນໄຫວດັ່ງກ່າວເພື່ອແນໃສ່ປຸກລຸກຄວາມສຸດຈິດສຸດໃຈ, ຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ ໃນຊາວໜຸ່ມ, ກຳມະກອນ, ນັກຮຽນ, ນັກສຶກສາຂອງນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ