ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງ86ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ3/2

ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງ86ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ3/2 - ảnh 1
ການ​ພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 86 ປີ
ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ

(vovworld)- ວັນ​ທີ 3/2, ມີ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍຫລາຍ​ຢ່າງສະ​ເຫລີມ​ສະ​ຫລອງ 86 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ (3/2/1930-3/2/2016) ຖືກ​ຈັດ​ຂຶ້ນ​ຢູ່​ຫລາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ຄະ​ນະ​ພັກ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ເງ້​ອານ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ກີມ​ລຽນ ແລະ ເຂດ​ອາ​ໄລ​ຫາ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ຮົ່ງ​ຟອງ. ການ​ນຳ​ແຂວງ ກວ໋າງ​ຈີ້ ກໍ​ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ ຢູ່ ອະ​ນຸ​ສາ​ວາ​ລີ ເລ​ຂາ​ທິ​ການ​ໃຫຍ່ ເລຢວນ. ສ່ວນ​ຢູ່ແຂວງ ນີງ​ທ້ວນ, ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ 86 ປີ ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ  ທ່ານ ຫງວຽນ​ດືກ​ແທງ, ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ຄະ​ນະ​ພັກ​ແຂວງ ໄດ້​ເນັ້ນ​ຫນັກ​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ, ກອງ​ທັບ ແລະ ປະ​ຊາ​ຊົນ​ແຂວງ ນີງ​ທ້ວນ ສາ​ມັກ​ຄີ​ເປັນ​ຈິດ​ຫນຶ່ງ​ໃຈ​ດຽວປະ​ກອບ​ສ່ວນ​ພ້ອມ​ກັບ​ປະ​ເທດ​ຊາດ​ຍາດ​ເອົາ​ເອ​ກະ​ລາດ, ເສ​ລີ​ພາບ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ປະ​ຕິ​ບັດ​ສຳ​ເລັດ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ນຳ​ເສດ​ຖະ​ກິດ​ປະ​ເທດ​ຊາດ ແລະ ແຂວງ​ນິງ​ທ້ວນ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.

 



ຂ່າວ/ບົດ​ອື່ນ