ການເຈລະຈາ FTA ລະຫວ່າງຫວຽດນາມ - ສຳພັນທະມິດພາສີ ລັດເຊຍ, ເບລາຣຸດ, ກາຊັກສຖານ

ການເຈລະຈາ FTA ລະຫວ່າງຫວຽດນາມ - ສຳພັນທະມິດພາສີ ລັດເຊຍ, ເບລາຣຸດ, ກາຊັກສຖານ - ảnh 1
(ທ່ານ​ນາຍົກລັດຖະມົນ​ຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບປະທານ​ຄະນະ​ປະຈຳ​ຄະນະ​ກຳມະການ​ເສດຖະກິດ​ອາຊີ - ​ເອີ​ລົບ)

(vovworld) -  ວັນ​ທີ 28/03, ທີ່​ການ​ຕ້ອນຮັບ​ທ່າ​ນ Vitor Borisoviech Khristenko, ປະທານ​ຄະນະ​ປະຈຳ​ຄະນະ​ກຳມະການ​ເສດຖະກິດ​ອາຊີ - ​ເອີ​ລົບ ຊິ່ງພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ນາຍົກລັດຖະມົນ​ຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ຢືນຢັນ​ວ່າ ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ, ເບ​ລາຣຸດ, ກາຊັກສຖານ ​ແມ່ນ​ການ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ. ຍາມ​ໃດ​ຫວຽດນາມ ກໍ​ປາດ​ຖະໜາ​ຢາກ​ຊຸກຍູ້​ ​ແລະ ນຳ​ການ​ພົວພັນ​ຮ່ວມ​ມື​ກັບ​ລັດ​ເຊຍ, ເບ​ລາຣຸດ, ກາ​ຊັກສຖານ ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລີກ, ກວ້າງຂວາງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໃຫ້​ຮູ້​ວ່າ, ຫວຽດນາມ ຖື​ເປັນ​ສຳຄັນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີລະຫວ່າງ ຫວຽດນາມ​ - ສຳພັນ​ທະ​ມິດ​ພາສີລັດ​ເຊຍ, ​ເບ​ລາຣຸດ, ກາ​ຊັກສຖານ ​ແລະ ຈະ​ມານະ​ພະຍາຍາມ​​ເພື່ອ​ພ້ອມ​ກັບ​ລັດ​ເຊຍ, ​ເບ​ລາຣຸດ, ກາ​ຊັກສຖານ ​ເຈລະຈາ​ສັນຍາ​ດັ່ງກ່າວ​ໃຫ້​ສຳ​ເລັດ ບົນ​ຈິດ​ໃຈ​ສະ​ເໝີ​ພາບ, ຕ່າງ​ຝ່າ​ຍຕ່າ​ງມີ​ຜົນ​ປະ​ໂຫຍ​ດ.

        ຕໍ່​ຈາກ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ປະທານ​ຄະນະ​ປະຈຳ​ຄະນະ​ກຳມະການ​ເສດຖະກິດ​ອາຊີ - ​ເອີ​ລົບ ທ່າ​ນ Vitor Borisoviech Khristenko, ​ໄດ້​ອອກ​ຖະ​ແຫຼ​ງການດຳ​ເນີນ​ການເຄື່ອນ​ໄຫວ​ການ​ເຈລະຈາ​ສັນຍາ​ຄ້າ​ເສລີລະຫວ່າງ ຫວຽດນາມ - ສຳພັນ​ທະ​ມິດ​ພາສີ ລັດ​ເຊຍ, ​ເບ​ລາຣຸດ, ກາຊັກສຖານ.


ຂ່າວ/ບົດ​ອື່ນ