ການເຈລະຈາ Shangri La 11 ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ ຄວາມໝັ້ນຄົງ​ທາງ​ທະ​ເລ

ການເຈລະຈາ Shangri La 11 ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ ຄວາມໝັ້ນຄົງ​ທາງ​ທະ​ເລ - ảnh 1

ທ່ານ​ພົນ​ໂທ Nguyen Chi Vinh

(ພາບ:dantri.com)

( vovworld ) -   ບັນດາ​ບັນຫາ​ເຄັ່ງຮ້ອນ​ຂອງ​ພາກ​ພື້ນ​ອາຊີ-​ປາຊີ​ຟິກຄື: ການ​ແຊກ​ແຊງ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​, ຄວາມໝັ້ນຄົງ​ທາງ​ທະ​ເລ... ​ໄດ້​ຍົກ​ອອກ​ມາ​ທີ່ ກອງປະຊຸມຂັ້ນສູງ​ປ້ອງກັນຄວາມສະຫງົບອາຊີ (ການເຈລະຈາປ້ອງກັນຊາດ Shangri La) ຄັ້ງ ທີ 11 ຈັດ​ຂຶ້ນ​ໃນວັນ​ທີ 2/6 ຢູ່​ສິງ​ກະ​ໂປ. ທ່ານ​ພົນ​ໂທ Nguyen Chi Vinh ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ນຳ​ໜ້າຄະນະ​ຜູ້​ແທນ​ຂັ້ນສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ເຂົ້າຮ່ວມ​ການ​ເຈລະຈາ. ທີ່​ການ​ພົບ​ປະ​ກັບ​ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍ A.K.Antony ຢູ່​ນອກ​ກອງ​ປະຊຸມ, ທ່ານ​ພົນ​ໂທ Nguyen Chi Vinh ​ໄດ້​ຢືນຢັນ​ຄືນ​ໃໝ່ ທັດສະນະ​ຂອງ​ຫວຽດນາມ ​ແມ່ນ​ປາດ​ຖະໜາ​ຢາກ​ຍູ້​ແຮງ​ການພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ອິນ​ເດຍ. ສ່ວນ​ທ່ານລັດຖະ ມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍ A.K.Antony  ຊີ້​ແຈ້ງວ່າ ການ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຫວຽ​ດນາມ ​ແມ່ນ​ການ​ໃຫ້​ບຸລິມະສິດ​ໃນ​ນະ​ໂຍບາຍ​ມຸ້ງ​ໄປ​ສູ່ຕາ​ເວັນ​ອອກ​ຂອງ​ອິນ​ເດຍ. ທ່ານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ​ວ່າ ຫວຽດນາມ ຈະ​ສະໜັບສະໜູນ​ອິນ​ເດຍ ​ໃນ​ບັນດາ​ເວທີປາ​ໄສ​ຫຼາຍ​ຝາ່ຍ.

    ​ໃນ​ການ​ພົບ​ປະຄັ້ງຕ່າງໆ ຄຽງ​ຄູ່ກັບ​ການ​ປຶກສາບັນດາ​ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນຊາ​ດ​ແລ້ວ, ຄະນະ​ຜູ້​ແທນ​ຫວຽດນາມ ​ແລະ ປະ​ເທດ​ຕ່າງໆ ກໍ່​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ, ​ໃນນັ້ນມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ພົນ​ໂທ Nguyen Chi Vinh ຊີ້​ແຈ້ງວ່າ: ​ເມື່ອ​ໄດ້​ປະກາດ​ຈະ​ປະຕິບັດ​ຕາມ​ກົດໝາຍ​ສາກົນ, ທຸກໆ​ປະ​ເທດ​ຕ້ອງ​ມີ​ທີ​ເຂົ້າ​ໃຈ ​ແລະ ອະທິບາຍ​ຄື​ກັນ​ກ່ຽວກັບ​ກົດໝາຍ​ສາກົນ ​ແລະ ຢືນຢັນ​ວ່າ: “ອະທິປະ​ໄຕ​ຂອງ​ບັນດາປະ​ເທດ​ແຄມ​ທະ​ເລ ສຳລັບ​ເຂດ​​ເສດຖະກິດ​ພິ​ເສດ 200 ​ໄມ​ທະ​ເລ ຕ້ອງ​ໄດ້​ຮັບ​ການ​ເຄົາລົບຢ່າງ​ເຖິງຖອງ“.

ຂ່າວ/ບົດ​ອື່ນ