ການເຈລະຈາກ່ຽວກັບ ຊູດັງ ບັນລຸໄດ້ໝາກຜົນຕັ້ງຫນ້າ

(VOVWORLD) -ບັນດາການເຈລະຈາກ່ຽວກັບການຢຸດຍິງຢູ່ ຊູດັງ,ໂດຍອາເມລິກາ ອຸປະຖຳ ໄດ້ຮັບການປະຕິບັດພາຍໃຕ້ຮູບການປະຊຸມລັບ ຢູ່ ສະວິດ. 

ສອງຝ່າຍເຂົ້າຮ່ວມການສູ້ຮົບຢູ່ ຊູດັງ ລ້ວນແຕ່ເຫັນດີສ້າງເງື່ອນໄຂໃຫ້ແກ່ປະເທດຊາດທີ່ພວມເກີດການປະທະກັນທຳລາຍປະເທດນີ້ ໄດ້ຮັບການຊ່ວຍເຫລືອມະນຸດສະທຳຢ່າງປອດໄພດ, ຜ່ານສອງເສັ້ນທາງຕົ້ນຕໍ ນັ້ນແມ່ນດ່ານຊາຍແດນທາງທິດຕາເວັນຕົກ ຂອງ Darfur ຜ່ານເທດສະບານ Adre ແລະເສັ້ນທາງ Dabbah. ນີ້ແມ່ນເນື້ອໃນທີ່ໄດ້ເຕື້ອງເຖິງໃນຖະແຫລງການຮ່ວມພາຍຫລັງການເຈລະຈາລະຫວ່າງ 2 ຝ່າຍເຂົ້າຮ່ວມການສູ້ຮົບຢູ່ ຊູດັງ ແລະບັນດາປະເທດໄກ່ເກ່ຍປອດດອງ ຊື່ງຈັດຂຶ້ນຢູ່ ສະວິດ ໃນວັນທີ 28 ສິງຫາ.

ບັນດາການເຈລະຈາກ່ຽວກັບການຢຸດຍິງຢູ່ ຊູດັງ,ໂດຍອາເມລິກາ ອຸປະຖຳ ໄດ້ຮັບການປະຕິບັດພາຍໃຕ້ຮູບການປະຊຸມລັບ ຢູ່ ສະວິດ. ການເຈລະຈາໂດຍ ຊາອູດີ ອາຣັບບີ ແລະສະວິດ ຮ່ວມຈັດຕັ້ງ ແລະ ສະຫະພາບ ອາຟຼິກາ, ອີຢີບ, UAE ແລະ ສະຫະປະຊາຊາດ ສວມບົດບາດແມ່ນກຸ່ມບໍລິຫານ.

ການເຈລະຈາດຳເນີນໃນສະພາບການ ຊູດັງ ພວມປະເຊີນຫນ້າກັບບັນດາວິກິດການມະນຸດສະທຳຮ້າຍແຮງທີ່ສຸດໃນໂລກ ນັບແຕ່ເມື່ອເກີດການປະທະກັນໃນເດືອນ ເມສາ ປີ 2023 ລະຫວ່າງກອງທັບລັດຖະບານ ຊູດັງ ແລະ RSF. ມາຮອດປະຈຸບັນ ການປະທະກັນ ໄດ້ເຮັດໃຫ້ຊາວ ຊູດັງ ປະມານ 20% ຈຳນວນພົນລະເມືອງ ຕ້ອງປະເຮືອນຊານໄປຢູ່ບ່ອນປອດໄພ, ໃນຂະນະນັ້ນມີຜູ້ເສຍຊີວິດນັບໝື່ນໆຄົນ. ກວ່າ 25 ລ້ານຄົນໃນທົ່ວປະເທດ, ກວມເອົາ ກວ່າ 50% ຈຳນວນພົນລະເມືອງ ປະເຊີນຫນ້າກັບໄພອຶດຫິວຢ່າງຮ້າຍແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ