ປະ​ທາ​ນາ​ທິ​ບໍ​ດີ Indonesia Prabowo Subianto ​ຢ້ຽມ​ຢາມ ຫວຽດ​ນາມ

(VOVWORLD) -ທ່ານ Prabowo Subianto ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 13-14 ກັນຍາ.
ປະ​ທາ​ນາ​ທິ​ບໍ​ດີ Indonesia Prabowo Subianto ​ຢ້ຽມ​ຢາມ ຫວຽດ​ນາມ - ảnh 1ທ່ານປະທານາທິບໍດີ Indonesia Prabowo Subianto

(ພາບ: Reuters)


   ວັນທີ 13 ກັນຍາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Indonesia Prabowo Subianto ຜູ້ທີ່ຫາກໍ່ໄດ້ຮັບການເລືອກຕັ້ງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 13-14 ກັນຍາ. ການຢ້ຽມຢາມຕາມຄຳເຊີນຂອງທ່ານເລຂາທິການໃຫ່ຍ, ປະທານປະເທດ ຫວຽດນາມ ໂຕເລິມ.

 ຫວຽດນາມ ແລະ Indonesia ມີການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ. ວັນທີ 30 ທັນວາປີ 1955, Indonesia ກາຍເປັນປະເທດອາຊີຕາເວັນອອກສ່ຽງໃຕ້ທຳອິດ ໄດ້ສ້າງຕັ້ງການພົວພັນທາງການທູດກັບ ຫວຽດນາມ ຢ່າງເປັນທາງການ.

    ປີ 2025, ສອງປະເທດຈະສະເຫຼີມສະຫຼອງ 80 ປີແຫ່ງວັນເອກະລາດ ແລະ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, ນີ້ຈະແມ່ນຂີດໝາຍສຳຄັນເພື່ອໃຫ້ການພົວພັນສອງຝ່າຍໄດ້ຮັບການຍົກສູງຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ