EU ຕໍ່​ໜ້າ​ຄວາມ​ຮຽກ​ຮ້ອງ​ປະ​ຕິ​ຮູບ​ນະ​ໂຍ​ບາຍ​ກະ​ສິ​ກຳ

(VOVWORLD) - ແທນທີ່ການຄິດໄລ່ໜູນຊ່ວຍໂດຍອີງຕາມລະດັບຂອບຂະໜາດຂອງບັນດາຟາມນັ້ນ, ລະບົບໃໝ່ຄວນສຸມໃສ່ຫຼາຍກ່ວາເຂົ້າໃນການ “ສະໜອງການໜູນຊ່ວຍເສດຖະກິດສັງຄົມມຸ່ງໄປເຖິງຊາວກະສິກອນ ທີ່ຈຳເປັນຕ້ອງມີການໜູນຊ່ວຍທີ່ສຸດ”.

ສະຫະພາບ ເອີລົບ (EU) ຕ້ອງປັບປຸງນະໂຍບາຍກະສິກຳລວມ ທີ່ມີມູນຄ່າ 428 ຕື້ USD, ເພື່ອໜູນຊ່ວຍ ໃຫ້ແກ່ຊາວກະສິກອນທີ່ມີຄວາມຕ້ອງການທີ່ສຸດໃຫ້ເປັນຢ່າງດີກ່ວາ, ກໍ່ຄືສ້າງກອງທຶນຫັນປ່ຽນສີຂຽວແບບພິເສດ. ຄຳຮຽກຮ້ອງໄດ້ຍົກອອກມາໃນບົດລາຍງານສະບັບໜຶ່ງຂອງ EU ທີ່ໄດ້ປະກາດໃນວັນທີ 4 ກັນຍາ. ບົດລາຍງານກໍ່ໄດ້ຍົກອອກຂໍ້ສະເໜີແນະຈຳນວນໜຶ່ງ, ໃນນັ້ນມີການປະຕິຮູບນະໂຍບາຍກະສິກຳລວມ (CAP) ຂອງ EU. ບັນດາການເຈລະຈາກ່ຽວກັບ CAP ໃນໄລຍະ 2028 - 2034 ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາຫົວຂໍ້ລະອຽດອ່ອນທີ່ສຸດໃນອາຍຸການທີສອງຂອງທ່ານນາງ von der Leyen. ບົດລາຍງານບໍ່ພຽງແຕ່ມີລັກສະນະຜູກມັດທີ່ວ່າ ຕ້ອງປ່ຽນແປງນະໂຍບາຍໃນປັດຈຸບັນ ເພື່ອອາດສາມາດຕອບສະໜອງບັນດາສິ່ງທ້າທາຍ. ຕາມນັ້ນແລ້ວ, ແທນທີ່ການຄິດໄລ່ໜູນຊ່ວຍໂດຍອີງຕາມລະດັບຂອບຂະໜາດຂອງບັນດາຟາມນັ້ນ, ລະບົບໃໝ່ຄວນສຸມໃສ່ຫຼາຍກ່ວາເຂົ້າໃນການ “ສະໜອງການໜູນຊ່ວຍເສດຖະກິດສັງຄົມມຸ່ງໄປເຖິງຊາວກະສິກອນ ທີ່ຈຳເປັນຕ້ອງມີການໜູນຊ່ວຍທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ